ວິວັດທະນາການສ້າງປະຊາຄົມວັດທະນະທຳ-ສັງຄົມອາຊຽນແລະການເຂົ້າຮ່ວມຂອງຫວຽດນາມ

ວິວັດທະນາການສ້າງປະຊາຄົມວັດທະນະທຳ-ສັງຄົມອາຊຽນແລະການເຂົ້າຮ່ວມຂອງຫວຽດນາມ - ảnh 1
(ພາບປະກອບ:ອິນເຕີແນັດ)

(vovworld) – ວັນ​ທີ 10/6, ຢູ່ ຮ່າ​ໂນ້ຍ, ກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດຫວຽດນາມ ​ໄດ້​ຈັດ​ຕັ້ງການພົບ​ປະ​ສົນທະນາ ກ່ຽວ​ກັບ​ປະຊາ​ຄົມ​ວັດທະນະທຳ-​ສັງຄົມ ອາ​ຊຽນ-ວິວັດ​ທະ​ນາ​ການ​ສ້າງ​ປະຊາ​ຄົມ ​ແລະ ການ​ເຂົ້າ​ຮ່ວມ​ຂອງ ຫວຽດນາມ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການພົບ​ປະ​ສົນທະນາ​ທີ່​ກ່ຽວຂ້ອງ​ເຖິງ 3 ​ເສົາ​ຄ້ຳຂອງ ອາ​ຊຽນ​ ​ແມ່ນ: ການ​ເມືອງ-​ຄວາມ​ໝັ້ນຄົງ, ​ເສດຖະກິດ, ວັດທະນະທຳ-​ສັງຄົມ ​ເພື່ອ​ກະກຽມ​ໃຫ້​ວາລະ​ອະພິປາຍ ກ່ຽວ​ກັບ​ປະຊາ​ຄົມ ອາ​ຊຽນ,  ຄາດ​ວ່າ​ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ເດືອນ 8/2015. ບັນດາ​ຜູ້​ແທນ​ຕີ​ລາຄາ​ວ່າ: ປະຊາ​ຄົມ ອາ​ຊຽນ ​ແມ່ນ​ປັດ​ໄຈ​ບໍ່​ອາດ​ຂາດ​ໄດ້​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ກໍ​ຄື ອາຊີ-​ປາຊີ​ຟິກ. ທີ່​ການ​ພົບ​ປະ​ສົນທະນາ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື ກ່ຽວ​ກັບ​ໄລຍະ​ທາງ​ສ້າງ​ເສົາ​ຄ້ຳ​ວັດທະນະທຳ-​ສັງຄົມ​ຂອງ​ປະຊາ​ຄົມ ອາ​ຊຽນ, ວິວັດທະນາ​ການ​ເຊື່ອມ​ໂຍງ ​ແລະ ການ​ເຂົ້າ​ຮ່ວມ​ຂອງ ຫວຽດນາມ; ​ແງ່​ຫວັງ ​ແລະ ບັນດາ​ຄວາມຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ນາໆ​ປະການສຳລັບ ອາ​ຊຽນ ​ເວົ້າ​ລວມ, ຫວຽດນາມ ​ເວົ້າ​ສະ​ເພາະພາຍຫຼັງ​ປະຊາ​ຄົມ ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ. ຄຽງ​ຂ້າງ​ນັ້ນ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື, ປະກອບ​ຄວາມ​ເຫັນ ກ່ຽວກັບ​ນະ​ໂຍບາຍ​ກົດໝາຍ ​ເພື່ອ​ໃຫ້ ຫວຽດ​ນາມ ສືບ​ຕໍ່​ເຊື່ອມ​ໂຍງ​ເຂົ້າ​ກັບ ອາ​ຊຽນ ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ.

ຂ່າວ/ບົດ​ອື່ນ