ວິ​ສາ​ຫະ​ກິດ 21 ແຫ່ງ ຢູ່ເຂດ Wallonie-Bruxelles ມາ​ຫວຽດ​ນາມ ຊອກ​ຫາ​ໂອ​ກາດ​ຮ່ວມ​ມື

(VOVWORLD) - Wallonie-Bruxelles ປາດຖະໜາກຢາກ ໜູນຊ່ວຍ ຫວຽດນາມ ຍົກສູງລະດັບຂອງບັນດາພະນັກງານການແພດ ແຖວໜ້າ, ລວມມີບັນດາ ພະຍາບານ, ແພດການຢາ, ນັກວິຊາການກາຍຍະພາບ ບຳບັດ  ແລະ ທ່ານໝໍ ຈິດຈະແພດ.
ວິ​ສາ​ຫະ​ກິດ 21 ແຫ່ງ ຢູ່ເຂດ Wallonie-Bruxelles ມາ​ຫວຽດ​ນາມ ຊອກ​ຫາ​ໂອ​ກາດ​ຮ່ວມ​ມື - ảnh 1ທ່ານນາງ Pascale Delcomminette, ຜູ້ອຳນວຍການໃຫຍ່ ອົງການການຕ່າງປະເທດ Wallonie-Bruxelles (ພາບ: WBI)

ວັນທີ 27 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຕີລາຄາກາງສະໄໝ ຂອງ ໂຄງການຮ່ວມມືສອງຝ່າຍໃນຂອບເຂດຄະນະກຳມະການປະສົມ ປະຈຳການ (CMP) ຄັ້ງທີ 11 ລະຫວ່າງ ຫວຽດນາມ ແລະ ເຂດ Wallonie, ລາຊະອານາຈັກ ແບນຊິກ. ທ່ານນາງ Pascale Delcomminette, ຜູ້ອຳນວຍການໃຫຍ່ ອົງການການຕ່າງປະເທດ Wallonie-Bruxelles ທັງເປັນຜູ້ອຳນວຍການອົງການໃຫຍ່ສົ່ງເສີມການລົງທຶນ ແລະ ການຄ້າ ເຂດ Wallonie, ລາຊະອານາຈັກ ແບນຊິກ (AWEX) ແລະ ທ່ານ ຫວູບ໊າຝຸ, ຫົວໜ້າກົມສົ່ງເສີມການຄ້າ ( ຫວຽດນາມ) ຈະມີບົດກ່າວຄຳເຫັນສະແດງເປົ້າໝາຍ, ພາລະກິດ ກໍ່ຄືເຈດຈຳນົງໃນການຮ່ວມມືລະຫວ່າງສອງອົງການ. ໂດຍແລກປ່ຽນກັບສື່ມວນຊົນໃນໂອກາດນີ້, ທ່ານນາງ Pascale Delcomminette ໃຫ້ຮູ້ວ່າ:

ສອງຝ່າຍຈະປະຕິບັດການຕີລາຄາຄວາມຄືບໜ້າ ແລະ ປະສິດທິຜົນຂອງ 27 ໂຄງການນອນໃນ 8 ໂຄງການຮ່ວມມືໂດຍຝ່າຍ Wallonie-Bruxelles ກໍ່ຄືບັນດາຫົວໜ່ວຍ ຫວຽດນາມ ອຸປະຖຳ. ບັນດາຂົງເຂດການຮ່ວມມືຂອງ ພວກເຮົາແມ່ນຫຼາຍຮູບຫຼາຍແບບ, ພິເສດແມ່ນໃນຂົງເຂດສາທາລະນະສຸກ. ພວກຂ້າພະເຈົ້າ ປາດຖະໜາກຢາກ ໜູນຊ່ວຍ ຫວຽດນາມ ຍົກສູງລະດັບຂອງບັນດາພະນັກງານການແພດ ແຖວໜ້າ, ລວມມີບັນດາ ພະຍາບານ, ແພດການຢາ, ນັກວິຊາການກາຍຍະພາບ ບຳບັດ  ແລະ ທ່ານໝໍ ຈິດຈະແພດ.

ຕອບກັບ

ຂ່າວ/ບົດ​ອື່ນ