ວິ​ສາ​ຫະ​ກິດ FAST500: ແງ່​ຫວັງ​ເຕີບ​ໂຕ​ເສດ​ຖະ​ກິດ​ປີ 2022 ມີ​ຄວາມ​ຕັ້ງ​ໜ້າພໍ​ສົມ​ຄວນ

(VOVWORLD) -ມີ 86,5% ຈຳນວນວິສາຫະກິດຢັ້ງຢືນຍັງມີຖັນແຖວພະນັກງານທີ່ເກັ່ງກ້າດ້ານວິຊາການ, ມີບົດຮຽນປະສົບການ ແລະ ມີລະບຽບວິໄນຢູ່ລະດັບສູງ. ຍິ່ງກ່ວາອີກ, 62,6% ຈຳນວນວິສາຫະກິດ ສະແດງໃຫ້ເຫັນບັນດາການຜັນແປກ່ຽວກັບຄວາມຮັບຮູ້ເມື່ອຕີລາຄາທ່າອ່ຽງຫັນເປັນດີຈີຕອນພວມມີການຫັນປ່ຽນຢ່າງແຮງ, ຮອບດ້ານ ແລະ ຈຳເປັນ.



ວິ​ສາ​ຫະ​ກິດ FAST500: ແງ່​ຫວັງ​ເຕີບ​ໂຕ​ເສດ​ຖະ​ກິດ​ປີ 2022 ມີ​ຄວາມ​ຕັ້ງ​ໜ້າພໍ​ສົມ​ຄວນ - ảnh 1ພາບປະກອບ: Vietnam Report

ຕາມການສຳຫຼວດ Top 500 ວິສາຫະກິດມີການເຕີບໂຕຢ່າງໄວວາທີ່ສຸດ ຫວຽດນາມ ໃນປີ 2022 ໂດຍບໍລິສັດຫຸ້ນສ່ວນລາຍງານຕີລາຄາຫວຽດນາມ (Vietnam Report) ປະຕິບັດຫວ່າງມໍ່ໆມານີ້, ມີ 86,5% ວິສາຫະກິດ FAST 500 ໄດ້ຢັ້ງຢືນວ່າ ໃນທ່າອ່ຽງຮ່ວມດຳລົງຊີວິດກັບໂລກລະບາດໂຄວິດ - 19, ພື້ນຖານເສດຖະກິດພວມເລີ່ມ ເປີດປະຕູຄືນໃໝ່, ບັນດາການເຄື່ອນໄຫວຜະລິດດຳເນີນທຸລະກິດພວມຄ່ອຍໆໄດ້ຮັບການຟື້ນຟູ ຄືກັນກັບໄລຍະກ່ອນເກີດໂລກລະບາດ. ດ້ວຍລະດັບການສັກວັກຊິນຄືໃນປັດຈຸບັນ, ຫວຽດນາມ ພວມຢືນໃນ Top ສູງທີ່ສຸດໃນໂລກ. ສິ່ງນີ້ເຮັດໃຫ້ບັນດາວິສາຫະກິດ FAST500 ເກືອບທັງໝົດລ້ວນແຕ່ມີຄວາມເຊື່ອໝັ້ນຕໍ່ແງ່ຫວັງ ແລະ ກາລະໂອກາດເຕີບໂຕໃນປີນີ້ຢູ່ຕະຫຼາດພາຍໃນປະເທດ. ມີກ່ວາ 83,3% ວິສາຫະກິດມີຄວາມປະເອີບໃຈຕໍ່ແງ່ຫວັງ ແລະ ກາລະໂອກາດເຕີບໂຕໃນປີນີ້ຢູ່ຕະຫຼາດພາຍໃນປະເທດ. ມີກ່ວາ 89%ວິສາຫະກິດໃຫ້ຮູ້ວ່າ ຈະເປີດກວ້າງການດຳເນີນທຸລະກິດ.

ພ້ອມກັນນັ້ນ, ມີ 86,5% ຈຳນວນວິສາຫະກິດຢັ້ງຢືນຍັງມີຖັນແຖວພະນັກງານທີ່ເກັ່ງກ້າດ້ານວິຊາການ, ມີບົດຮຽນປະສົບການ ແລະ ມີລະບຽບວິໄນຢູ່ລະດັບສູງ. ຍິ່ງກ່ວາອີກ, 62,6% ຈຳນວນວິສາຫະກິດ ສະແດງໃຫ້ເຫັນບັນດາການຜັນແປກ່ຽວກັບຄວາມຮັບຮູ້ເມື່ອຕີລາຄາທ່າອ່ຽງຫັນເປັນດີຈີຕອນພວມມີການຫັນປ່ຽນຢ່າງແຮງ, ຮອບດ້ານ ແລະ ຈຳເປັນ.

ຕອບກັບ

ຂ່າວ/ບົດ​ອື່ນ