ວິສາຫະກິດ FDI ທຳອິດທີ່ໜູນຊ່ວຍວຽກງານປ້ອງກັນ, ຕ້້ານໂລກລະບາດໂຄວິດ-19

(VOVWORLD) -ນີ້ແມ່ນການກະທຳທີ່ມີຄວາມໝາຍອັນດີງາມຂອງວິສາຫະກິດທີ່ມີເງິນລົງທຶນຈາກຕ່າງປະເທດ ໃນສະພາບໂລກລະບາດມີີການຜັນແປທີ່ສັບສົນຄືໃນປະຈຸບັນ.
ວິສາຫະກິດ FDI ທຳອິດທີ່ໜູນຊ່ວຍວຽກງານປ້ອງກັນ, ຕ້້ານໂລກລະບາດໂຄວິດ-19 - ảnh 1ພິທີມອບ-ຮັບເງິນໜູນຊ່ວຍ
(ພາບ: TTXVN)

ວັນທີ 24 ພຶດສະພາ, ແຂວງ ບິ່ງເຢືອງ ໄດ້ຮັບເງິນສົດດ້ວຍຈຳນວນ 3 ຕື້ດົ່ງແລະ ສິນຄ້າທີ່ມີມູນຄ່າ 500 ລ້ານດົ່ງຈາກບໍລິສັດ Procter & Gamble Viet Nam ຈຳກັດ, ເຊິ່ງມີເງິນລົງທຶນຂອງ ສິງກະໂປ, ເພື່ອໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນບໍລິເວນແຂວງ. ນີ້ແມ່ນການກະທຳທີ່ມີຄວາມໝາຍອັນດີງາມຂອງວິສາຫະກິດທີ່ມີເງິນລົງທຶນຈາກຕ່າງປະເທດ ໃນສະພາບໂລກລະບາດມີີການຜັນແປທີ່ສັບສົນຄືໃນປະຈຸບັນ.

ແຂວງ ບິ່ງເຢືອງ ຢືນອັນດັບທີ 3 ໃນທົ່ວປະເທດຖັດຈາກນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ ກ່ຽວກັບການດຶງດູດເງິນລົງທຶນຈາກຕ່າງປະເທດ ດ້ວຍຈຳນວນ 3.974 ໂຄງການ, ຈຳນວນເງິນຈົດທະບຽນລົງທຶນບັນລຸ 36,5 ຕື້ USD, ກວມເອົາ 9% ຍອດເງິນລົງທຶນຂອງທົ່ວປະເທດ. ນັບແຕ່ຕົ້ນປີ 2021 ມາຮອດປະຈຸບັນ, ເຖິງວ່າຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ແຂວງ ບິ່ງເຢືອງ ຍັງດຶງດູດເງິນລົງທຶນຈາກຕ່າງປະເທດກວ່າ 1,25 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ