ວິສາຫະກິດ ຍ່ີປຸ່ນ 200 ແຫ່ງເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນເຂົ້າແຂວງ ກວາງນິງ

(VOVWORLD) -ກອງປະຊຸມດຳເນີນແບບໂດຍກົງ ສົມທົບທາງໄກ ດ້ວຍການເຂົ້າຮ່ວມຂອງວິສາຫະກິດ ຍີ່ປຸ່ນ ກວ່າ 200 ແຫ່ງຢູ່ສະຖານທີ່ເຊື່ອມຕໍ່ ໂຕກຽວ ແລະ Hokkaido.
ວິສາຫະກິດ ຍ່ີປຸ່ນ 200 ແຫ່ງເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນເຂົ້າແຂວງ ກວາງນິງ - ảnh 1ທ່ານ ຫງວຽນຊວັນກີ, ເລຂາຄະນະພັກແຂວງ ກວາງນິງ
(ພາບ: baoquangninh.com.vn)

ຕອນເຊົ້າວັນທີ 17 ທັນວາ, ແຂວງ ກວາງນິງ ໄດ້ເປັນປະທານ, ສົມທົບກັບກະຊວງແຜນການ ການລົງທຶນ ແລະ ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈຳ ຮ່າໂນ້ຍ (JETRO Hanoi) ຈັດກອງປະຊຸມສົ່ງເສີມການລົງທຶນ ບັນດາວິສາຫະກິດ ຍີ່ປຸ່ນ ເຂົ້າມາລົງທຶນຢູ່ແຂວງ ກວາງນິງ. ກອງປະຊຸມດຳເນີນແບບໂດຍກົງ ສົມທົບທາງໄກ ດ້ວຍການເຂົ້າຮ່ວມຂອງວິສາຫະກິດ ຍີ່ປຸ່ນ ກວ່າ 200 ແຫ່ງຢູ່ສະຖານທີ່ເຊື່ອມຕໍ່ ໂຕກຽວ ແລະ Hokkaido.

        ທີ່ກອງປະຊຸມ, ບັນດາຝ່າຍໄດ້ສຸມໃສ່ປຶກສາຫາລື, ແບ່ງປັນບົດຮຽນໃນວຽກງານດຶງດູດການລົງທຶນຈາກ ຍີ່ປຸ່ນ, ບົດຮຽນລົງທຶນຢູ່ ກວາງນິງ, ລະດັບການດຶງດູດຂອງສະພາບແວດລ້ອມແຫ່ງການລົງທຶນ ແລະ ຜົນປະໂຫຍດຈາກພາສີອາກອນ, ການເງິນຂອງແຂວງ ກວາງນິງ ເມື່ອທຽບໃສ່ທ້ອງຖິ່ນຕ່າງໆ ເພື່ອໃຫ້ນັກລົງທຶນມີມູມມອງຢ່າງພາວະວິໄສກ່ຽວກັບວຽກງານໜູນຊ່ວຍ, ໃຫ້ບຸລິມະສິດຂອງແຂວງ. ທ່ານ ຫງວຽນຊວັນກີ, ເລຂາຄະນະພັກແຂວງ ກວາງນິງ ຢືນຢັນວ່າ, ກອງປະຊຸມນີ້ແມ່ນມາດຕະການລະອຽດເພື່ອຜັນຂະຫຍາຍຖະແຫຼງການຮ່ວມລະຫວ່າງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ ຍ່ີປຸ່ນ Kishida Fumio ເມື່ອເດືອນ ພະຈິກ ຜ່ານມາ. ກວາງນິງ ຈະຮ່ວມເດີນທາງ, ສ້າງທຸກເງື່ອນໄຂສະດວກທີ່ສຸດ ເພື່ອໃຫ້ນັກລົງທຶນ ຍີ່ປຸ່ນ ທີ່ມາລົງທຶນຢູ່ແຂວງປະສົບຜົນສຳເລັດ, ໝັ້ນຄົງ, ຍາວນານ.

ຕອບກັບ

ຂ່າວ/ບົດ​ອື່ນ