ວິສາຫະກິດ ຍີ່ປຸ່ນ ຊອກຫາກາລະໂອກາດຮ່ວມມືລົງທຶນເຂົ້າຂົງເຂດຜະລິດຕະພັນກະເສດ ຫວຽດນາມ

(VOVWORLD) - ຕອນບ່າຍວັນທີ 31 ມັງກອນ, ຢູ່ຮ່າໂນ້ຍ ຄະນະວິສາຫະກິດ ຍີ່ປຸ່ນ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະຫະພັນສະຫະກອນຈຳໜ່າຍຜະລິດຕະພັນກະເສດປອດສານພິດ ຫວຽດນາມ (UCA). 
ວິສາຫະກິດ ຍີ່ປຸ່ນ ຊອກຫາກາລະໂອກາດຮ່ວມມືລົງທຶນເຂົ້າຂົງເຂດຜະລິດຕະພັນກະເສດ ຫວຽດນາມ  - ảnh 1 ວິສາຫະກິດ ຍີ່ປຸ່ນ ຊອກຫາກາລະໂອກາດຮ່ວມມືລົງທຶນເຂົ້າຂົງເຂດຜະລິດຕະພັນກະເສດ ຫວຽດນາມ (ພາບ: TTXVN)

ນະທີ່ນີ້, ທ່ານ Miura Mitssuru, ຫົວໜ້າຄະນະວິສາຫະກິດກະສິກຳ ຍີ່ປຸ່ນ ໄດ້ຕີລາຄາສູງ UCA ໃນການມຸ່ງໄປເຖິງເປັນຫົວໜ່ວຍນຳໜ້າກ່ຽວກັບການກຳນົດທິດຕະຫລາດຜະລິດຕະພັນກະເສດຢູ່ ຫວຽດນາມ ແລະ ສ້າງຄວາມສະດວກໃຫ້ແກ່ຕະຫລາດສົ້ນອອກ. ດັ່ງນັ້ນ, ຈຸດປະສົງຂອງການເຮັດວຽກໃນຄັ້ງນີ້ຂອງບັນດາວິສາຫະກິດ ຍີ່ປຸ່ນ ແນໃສ່ຊອກຮູ້ກ່ຽວກັບສະພາບຕົວຈິງໃນການຜະລິດກະສິກຳຂອງ ຫວຽດນາມ, ຄວາມສາມາດບົ່ມຊ້ອນ ແລະ ທ່າແຮງ ເພືຶ່ອຊອກຫາກາລະໂອກາດການຮ່ວມມືລົງທຶນໃນຂົງເຂດໝູນໃຊ້ກະສິກຳເຕັກໂນໂລຊີສູງໃນການຜະລິດ, ເກັບກ່ຽວ, ເກັບຮັກສາ, ປຸງແຕ່ງ ແລະ ການຄ້າສົ່ງອອກ.

        ທ່ານ ເລດຶກທິ້ງ, ຫົວໜ້າກົມເສດຖະກິດຮ່ວມມື ແລະ ພັດທະນາຊົນນະບົດໃຫ້ຮູ້ວ່າ: UCA ດ້ວຍບົດບາດຊຸກຍູ້ສົ່ງເສີມໃຫ້ແກ່ບັນດາສະຫະກອນໃນການຮ່ວມສຳພັນລະບົບມູນຄ່ານັບແຕ່ການຜະລິດຮອດການຈຳໜ່າຍ ຈະປະກອບສ່ວນແກ້ໄຂຈຸດຄ້າງຄາໃຫ້ແກ່ສະຫະກອນໃນປັດຈຸບັນ ທັງການຜະລິດ ແລະ ຕະຫລາດ. ໃນໄລຍະຈະມາເຖິງ, ກົມເສດຖະກິດຮ່ວມມື ແລະ ພັດທະນາຊົນນະບົດຈະໜູນຊ່ວຍ UCA ໃນການບຳລຸງສ້າງ ແລະ ເປັນເສນາທິການສ້າງນະໂຍບາຍໃນການຮ່ວມສຳພັນລະບົບມູນຄ່າ.

ຕອບກັບ

ຂ່າວ/ບົດ​ອື່ນ