ວິ​ສ​າ​ຫະ​ກິດ ລາວ ຊ່ວຍ​ເຫຼືອ​ເງິນ 1 ລ້ານ USD ໃຫ້​ແກ່​ ຫວຽດ​ນາມ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຕອນເຊົ້າວັນທີ 10 ມິຖຸນາ, ກຸ່ມບໍລິສັດ ພົງຊັບທະວີ ຂອງ ລາວ ໄດ້ມາສະຖານທູດ ຫວຽດນາມ ປະຈຳ ລາວ ມອບວັດຖຸອຸປະກອນການແພດ ພ້ອມດ້ວຍເງິນສົດ ລວມມູນຄ່າ 1 ລ້ານ USD ເພື່ອຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕ້ານໂລກລະບາດໂຄວິດ - 19.
ວິ​ສ​າ​ຫະ​ກິດ ລາວ ຊ່ວຍ​ເຫຼືອ​ເງິນ 1 ລ້ານ USD ໃຫ້​ແກ່​ ຫວຽດ​ນາມ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ການຊ່ວຍເຫຼືອຂອງກຸ່ມບໍລິສັດ ພົງຊັບທະວີ ໃນຄັ້ງນີ້ ແມ່ນສັນຍາລັກທີ່ມີຊີວິດຊີວາແກ່ສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ. 

ຂອງຂວັນດັ່ງກ່າວ ລວມມີ ວັດຖຸອຸປະກອນການແພດມີມູນຄ່າ 500.000 USD ໃນນັ້ນມີຜ້າອັດປາກອັດດັງ ຈຳນວນ 50.000 ອັນ, ນ້ຳຢາຂ້າເຊື້ອ 25.000 ຕຸກ, ຊຸດປ້ອງກັນພະຍາດ 1000 ຊຸດ, ຕຽງນອນສຳລັບຄົນເຈັບ 200 ໜ່ວຍ… ພ້ອມດ້ວຍເງິນສົດຈຳນວນ 500.000 USD ປະກອບໃສ່ກອງທຶນວັກຊິນກັນພະຍາດໂຄວິດ - 19 ຂອງ ຫວຽດນາມ.

        ທີ່ພິທີມອບ - ຮັບ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອທີ່ທັນການ, ແທດຈິງ ຂອງ ກຸ່ມບໍລິສັດ ພົງຊັບທະວີ ຕໍ່ບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ຂອງ ຫວຽດນາມ ໃນການແຜ່ລະບາດຮອບທີ 4 ນີ້. ພ້ອມທັງຖືວ່າ, ການຊ່ວຍເຫຼືອດັ່ງກ່າວ ແມ່ນສັນຍາລັກທີ່ມີຊີວິດຊີວາແກ່ສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ. 

ເວິນທຽງ - ດັ້ງຖຸ່ຍ, ນັກຂ່າວ VOV ປະຈຳ ລາວ. 

ຕອບກັບ

ຂ່າວ/ບົດ​ອື່ນ