ວິສາຫະກິດ ສ.ເກົາຫຼີ ເອົາໃຈໃສ່ລົງທຶນເຂົ້າຂົງເຂດໄຟຟ້າພະລັງຄວາມຮ້ອນດ້ວຍອາຍແກັດແຫຼວຢູ່ ຫວຽດນາມ

(VOVWORLD) -ວັນທີ 19 ທັນວາ, 3 ກຸ່ມບໍລິສັດພະລັງງານແຖວໜ້າ ສ.ເກົາຫຼີ ແມ່ນ Hanwha Energy, Korea Gas Corp (KOGAS) ແລະ Korea Southern Power (KOSPO) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືໃນຂົງເຂດການລົງທຶນສາງທ່າກ່ຳປັ່ນໄຟຟ້າພະລັງຄວາມຮ້ອນດ້ວຍອາຍແກັດແຫຼວ (LNG) ແລະ ໂຮງງານໄຟຟ້າອາຍແກັດຢູ່ ຫວຽດນາມ.
ວິສາຫະກິດ ສ.ເກົາຫຼີ ເອົາໃຈໃສ່ລົງທຶນເຂົ້າຂົງເຂດໄຟຟ້າພະລັງຄວາມຮ້ອນດ້ວຍອາຍແກັດແຫຼວຢູ່ ຫວຽດນາມ - ảnh 1 ວິສາຫະກິດ ສ.ເກົາຫຼີ ເອົາໃຈໃສ່ລົງທຶນເຂົ້າຂົງເຂດໄຟຟ້າພະລັງຄວາມຮ້ອນດ້ວຍອາຍແກັດແຫຼວຢູ່ ຫວຽດນາມ

ຕາມນັ້ນແລ້ວ, 3 ກຸ່ມບໍລິສັດນີ້ ຈະສ້າງຕັ້ງກຸ່ມທີ່ມີຊື່ວ່າ Korea Consortum ໃຫ້ແກ່ໂຄງການລວມ. ໃນໂຄງການດັ່ງກ່າວ, Hanwha Energy ຈະສວມບົດບາດຕົ້ນຕໍໃນການພັດທະນາໂຄງການ ແລະ ສະໜອງອາຍແກັດແຫຼວ LNG ຢູ່ ຫວຽດນາມ. KOGAS ຈະຮັບຜິດຊອບກໍ່ສ້າງ ແລະ ນຳໃຊ້ສາງທ່າກ່ຳປັ່ນ LNG ກໍ່ຄືສະໜອງການໜູນຊ່ວຍດ້ານເຕັກນິກ, ໃນຂະນະນັ້ນ KOSPO ກໍ່ຈະສຸມໃສ່ເຂົ້າໃນການໝູນໃຊ້ບົດຮຽນຂອງຕົນ ເພື່ອກໍ່ສ້າງ ແລະ ນຳໃຊ້ບັນດາໂຮງງານໄຟຟ້າ LNG.

ຕອບກັບ

ຂ່າວ/ບົດ​ອື່ນ