ວິສາຫະກິດ ຫວຽດນາມ ຊຸກຍູ້ການຮ່ວມມືໃນຂົງເຂດພະລັງງານຢູ່ ອິນເດຍ

(VOVWORLD) -ວັນທີ 18 ມັງກອນ, ທີ່ສູນຕະຫລາດນັດວາງສະແດງ India Expo Mart, ລັດ Uttar Pradesh, ອິນເດຍ ໄດ້ດຳເນີນພິທີໄຂງານຕະຫລາດນັດເຄື່ອງອຸປະກອນໄຟຟ້າ ແລະ ພະລັງງານ Elecrama 2020. 

ງານຕະຫລາດນັດປີນີ້ໄດ້ດຶງດູດວິສາຫະກິດ, ອົງການຈັດຕັ້ງກ່ວາ 1200 ແຫ່ງທີ່ມາຈາກ 60 ປະເທດ ແລະ ເຂດແຄ້ວນໃນໂລກເຂົ້າຮ່ວມ.

ວິສາຫະກິດ ຫວຽດນາມ ຊຸກຍູ້ການຮ່ວມມືໃນຂົງເຂດພະລັງງານຢູ່ ອິນເດຍ - ảnh 1 ວິສາຫະກິດ ຫວຽດນາມ ຊຸກຍູ້ການຮ່ວມມືໃນຂົງເຂດພະລັງງານຢູ່ ອິນເດຍ

        ຫ້ອງການຕາງໜ້າດ້ານການຄ້າ, ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ກໍໄດ້ຈັດຕັ້ງຮ້ານວາງສະແດງ ເພື່ອໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ໂຄສະນາຜະລິດຕະພັນ ແລະ ພົບປະ, ແລກປ່ຽນ, ຊອກຫາກາລະໂອກາດດຳເນີນທຸລະກິດຢູ່ຕະຫລາດ ອິນເດຍ.

        Elecrama ແມ່ນງານຕະຫລາດນັດໂດຍລັດຖະບານ ອິນເດຍ ອຸປະຖຳ ຖືກຈັດຕັ້ງພັດປ່ຽນກັນຢູ່ບັນດານະຄອນໃຫຍ່ຂອງ ອິນເດຍ 2 ປີເທື່ອໜຶ່ງ. ງານຕະຫລາດນັດປີນີ້ ຈະແກ່ຍາວຮອດວັນທີ 22 ມັງກອນ 2020 ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ