ວິສາຫະກິດ ຫວຽດນາມ ຍາດແຍ່ງກາ​ລະໂອກາດການສົ່ງອອກທາງເຄືອ​ຂ່າຍ​ອິນ​ເຕີ​ແນັດ

(VOVWORLD) -ຕອນເຊົ້າວັນທີ 03 ມີນາ, ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຈັດຕັ້ງກອງປະຊຸມສຳມະນາ “ສົ່ງເສີ່ມການສົ່ງອອກຜ່ານການຄ້າເອເລັກໂຕນິກ ອາມາຊົນ(Amazon)”.
ວິສາຫະກິດ ຫວຽດນາມ ຍາດແຍ່ງກາ​ລະໂອກາດການສົ່ງອອກທາງເຄືອ​ຂ່າຍ​ອິນ​ເຕີ​ແນັດ - ảnh 1ພາບປະກອບ 

ທ່ານ ເຈີ່ນຊັວນຖຸຍ - ຜູ້ອຳນວຍການ Amazon Global Selling ຫວຽດນາມ, ຖືວ່າ: ທ່າອ່ຽງຊື້ສິນຄ້າທາງເຄືອຂ່າຍອິນເຕີແນັດກຳລັງໄດ້ຢັ້ງຢືນໃນພຶດຕິກຳ, ໄດ້ ແລະ ກຳລັງຊີ້ອອກບັນດາກາລະໂອກາດ ແລະ ສິ່ງທ້າທາຍທີ່ມີຕໍ່ບັນດາບຸກຄົນ, ວິສາຫະກິດເຂົ້າຮ່ວມການເຄື່ອນໄຫວເຮັດທຸລະກິດນີ້.

ການຄ້າຂາຍຍ່ອຍທົ່ວໂລກຳລັງເຕີບໂຕຢ່າງແຮງ, ລະດັບ 6%. ດ້ວຍມູນຄ່າປະມານ 28.000 ຕື້ USD. ການຄ້າທາງເຄືອຂ່າຍອິນເຕີແນັດກວມເອົາປະມານ 13%. ແຕ່ວ່າລະດັບເຕີບໂຕຂອງການຄ້າເອເລັກໂຕນິກກຳລັງທົບ 6ເທົ່າເມື່ອທຽບກັບການເຄື່ອນໄຫວຂາຍສິນຄ້າແບບເດີມ. ການຄ້າເອເລັກໂຕນິກຂ້າມຊາດແມ່ນທ່າອ່ຽງໜື່ງ. ນີ້ເມ່ນໂອກາດເພື່ອປ່ຽນຄວາມຊິນເຄີຍການຊື້ສິນຄ້າຂອງຜູ້ບໍລິໂພກທົ່ວໂລກ - ແລະກໍ່ແມ່ນກາລະໂອກາດໃຫ້ວິສາຫະກີດ

ທ່ານນາງ ຫງວຽນທິມິງຖຸຍ, ຜູ້ອຳນວຍການສູນໂປໂຣແກມເຕັກໂນໂລຢີຂໍ້ມຸນຂ່າວສານສົ່ງເສີມການຄ້າ, ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ, ຖືວ່າ: ສິ່ງທ້າທາຍໃຫຍ່ຫຼວງຂອງບັນດາບຸກຄົນ, ວິສາຫະກິດ ຫວຽດນາມ, ພິເສດແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ, ເມື່ອເຂົ້າຮ່ວມການຄ້າເອເລັກໂຕນິດເວົ້າລວມ ແລະ ການຄ້າເອເລັກໂຕນິກທົ່ວໂລກເວົ້າສະເພາະແມ່ນແຫຼ່ງຊັບພະຍາກອນມຸນຸດ ແລະ ພາສາຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ