ວິ​ສາ​ຫະ​ກ​ິດ ຫວຽດ​ນາມ ຢູ່ ລາວ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ຂອງທ້ອງ​ຖິ່ນ

(VOVWORLD) -    ລົງຢ້ຽມຢາມໂຄງການຂຸດຄົ້ນແຮ່ເຫຼັກຂອງບໍລິສັດໃຫຍ່ຮ່ວມມືສາກົນ Coecco ຂຶ້ນກັບ ທະຫານເຂດ 4, ຢູ່ບ້ານນາມຊານ, ເມືອງລ່ອງແຈ້ງ ແຂວງ ໄຊສົມບູນ ຫວ່າງມໍ່ໆມານີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງວິສາຫະກິດໃນການພັດທະນາເສດຖະກິດ - ສັງຄົມ ຂອງ ທ້ອງຖິ່ນ.
ວິ​ສາ​ຫະ​ກ​ິດ ຫວຽດ​ນາມ ຢູ່ ລາວ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ຂອງທ້ອງ​ຖິ່ນ - ảnh 1ການຂຸດຄົ້ນແຮ່ເຫຼັກຂອງບໍລິສັດໃຫຍ່ຮ່ວມມືສາກົນ Coecco ຂຶ້ນກັບ ທະຫານເຂດ 4, ຢູ່ບ້ານນາມຊານ, ເມືອງລ່ອງແຈ້ງ ແຂວງ ໄຊສົມບູນ (ພາບ:ນັກຂ່າວ VOV ປະຈຳ ລາວ)

ຕາມທ່ານຮອງນາຍົກລັດຖະມົນຕີ ລາວ ແລ້ວ, ການເຄື່ອນໄຫວລົງທຶນຂຸດຄົ້ນ, ປະຕິບັດພັນທະງົບປະມານຂອງບັນດາວິສາຫະກິດ ຫວຽດນາມ ໄດ້ສ້າງວຽກເຮັດງານທຳຖາວອນໃຫ້ແກ່ປະຊາຊົນ, ຊ່ວຍທ້ອງຖິ່ນພັດທະນາເທື່ອລະກ້າວ. ທ່ານກໍຮຽກຮ້ອງໃຫ້ບັນດາຄະນະ, ຂະແໜງການທີ່ມີໜ້າທີ່ຮັບຜິດຊອບ ແລະ ວິສາຫະກິດ ສົມທົບກັນແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງໃຫ້ກົມກຽວ ເພື່ອຮັບປະກັນການຜະລິດຢ່າງປອດໄພ, ປົກປັກຮັກສາສິ່ງແວດລ້ອມຊີວະພາບ, ຈຳກັດການສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ; ພ້ອມທັງມີແຜນການນຳໃຊ້ທຶນພັດທະນາວົງຄະນະຍາດ ແລະ ທ້ອງຖິ່ນໃຫ້ເໝາະສົມ, ມີປະສິດທິຜົນ, ໃຫ້ບຸລິມະສິດຂົງເຂດການສຶກສາ, ສາທາລະນະສຸກ, ໂພສະນາການ, ນ້ຳສະອາດ ແລະ ສົ່ງເສີມການຜະລິດເປັນສິນຄ້າ.


ຕອບກັບ

ຂ່າວ/ບົດ​ອື່ນ