ວິ​ສາ​ຫະ​ກິດ ຫວຽດ​ນາມ ລົງ​ທຶນ​ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕ​ນິກ

(VOVWORLD) - ບົດລາຍການການຄ້າເອເລັກໂຕນິກ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ໂດຍ ອົງການ OpenGov Asia ປະກາດຫວ່າງມໍ່ໆມານີ້ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ພວມພົ້ນເດັ່ນຂຶ້ນແມ່ນຕະຫຼາດການຄ້າເອເລັກໂຕນິກພັດທະນາໄວທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້. 
ວິ​ສາ​ຫະ​ກິດ ຫວຽດ​ນາມ ລົງ​ທຶນ​ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕ​ນິກ - ảnh 1ພາບປະກອບ: VGP

ດ້ວຍການເຕີບໂຕຢ່າງແຮງຂອງຂົງເຂດການຄ້າເອເລັກໂຕນິກ, ມີວິສາຫະກິດຫວຽດນາມ ຫຼາຍແຫ່ງພວມລົງທຶນເຂົ້າການພັດທະນາບັນດາຊ່ອງທາງຂາຍເຄື່ອງແບບທາງໄກ. ນີ້ໄດ້ຮັບຖືວ່າແມ່ນເໝາະສົມກັບຄວາມນິຍົມ, ວິທີການສຳຜັດກັບລູກຄ້າຢ່າງມີປະສິດທິຜົນ ແລະ ໄວກ່ວາ.

ບົດລາຍງານການຄ້າເອເລັກໂຕນິກ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ໂດຍ ອົງການ OpenGov Asiaປະກາດຫວ່າງມໍ່ໆມານີ້ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ພວມພົ້ນເດັ່ນຂຶ້ນແມ່ນຕະຫຼາດການຄ້າເອເລັກໂຕນິກພັດທະນາໄວທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້. ໃນ 4 ປີຜ່ານມາ, ຕະຫຼາດການຄ້າເອເລັກໂຕນິກ ຫວຽດນາມ ມີລະດັບການເຕີບໂຕຢູ່ປົກກະຕິເຊິ່ງໄລ່ສະເລ່ຍໃນແຕ່ລະປີຢູ່ລະດັບສູງທີ່ສຸດໃນໂລກ ແຕ່ 16 – 30%. ທ່ານປ.ອ ຫວໍຈີແທັງ, ນັກຊ່ຽວຊານດ້ານເສດຖະກິດ ຖືວ່າ:

ການພັດທະນາການຄ້າເອເລັກໂຕນິກ ມີຄວາມສາມາດບົ່ມຊ້ອນ ແລະ ແມ່ນໂອກາດທີ່ໃຫຍ່ຫຼວງທີ່ສຸດ. ບໍ່ແມ່ນບັງເອີນພວກເຮົາຖືການຫັນເປັນດີຈີຕອນ, ການພັດທະນາເສດຖະກິດດີຈີຕອນແມ່ນກາລະໂອກາດທີ່ດີສຳລັບ ຫວຽດນາມ ເຊິ່ງແມ່ນປະເທດມີການພັດທະນາທາງຫຼັງ ອາດຈະພັດທະນາເທົ່າທຽບກັນກັບຍຸກສະໄໝ, ກັບບັນດາປະເທດ. ອາດເວົ້າໄດ້ວ່າ ການຄ້າເອເລັກໂຕນິກແມ່ນພາກສ່ວນທີ່ສຳຄັນທີ່ສຸດຂອງພື້ນຖານເສດຖະກິດດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ