ວິສາຫະກິດ ຫວຽດນາມ ສືບຕໍ່ໜູນຊ່ວຍປະຊາຊົນລາວ ເຂດຖືກຜົນສະທ້ອນຍ້ອນອຸບັດຕິເຫດເຂື່ອນໄຟຟ້າແຕກ

(VOVWORLD) -ກຸ່ມບໍລິສັດ ຣ່ວາງ ແອັງຢາລາຍ ຫວຽດນາມ, ໂດຍຜ່ານຜູ້ຕາງໜ້າ ເຊິ່ງແມ່ນບໍລິສັດ ພັດທະນາກະສິກຳ ຮ່ວາງແອັງ ອັດຕະປື ປະຈຳລາວ, ວ່າງບໍ່ດົນມານນີ້ໄດ້ມອບເງີນຊ່ວຍເຫຼືອຈຳນວນ 2 ຕື້ກີບ (ປະມານ 250.000 ໂດລາສະຫະລັດ) ໃຫ້ຕາງໜ້າອຳນາດການປົກຄອງແຂວງອັດຕະປື ເພື່ອຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກ ອຸບັດຕິເຫດເຂື່ອນໄຟຟ້າ ເຊປຽນ  ເຊນ້ຳນ້ອຍແຕກ...

ວິສາຫະກິດ ຫວຽດນາມ ສືບຕໍ່ໜູນຊ່ວຍປະຊາຊົນລາວ ເຂດຖືກຜົນສະທ້ອນຍ້ອນອຸບັດຕິເຫດເຂື່ອນໄຟຟ້າແຕກ - ảnh 1ສະພາບການຢູ່ແຂວງອັດຕະປື ພາຍຫຼັງເກີດເຫດເຂື່ອນໄຟຟ້າ ເຊປຽນ ເຊນໍ້າໜ້ອຍແຕກ ເມື່ອວັນທີ 25 ກໍລະກົດ

(ພາບ:  EPA/TTXVN )

ເພື່ອສືບຕໍ່ໜູນຊ່ວຍປະຊາຊົນແຂວງ ອັດຕະປື ແກ້ໄຂຜົນຮ້າຍຢ້ອນຫຼັງຈາກອຸບັດຕິເຫດເຂື່ອນໄຟຟ້າ ເຊປຽນ  ເຊນ້ຳນ້ອຍແຕກ  ແລະ ປັບປຸງຊີວິດການເປັນຢູ່, ກຸ່ມບໍລິສັດ ຣ່ວາງ ແອັງຢາລາຍ ຫວຽດນາມ, ໂດຍຜ່ານຜູ້ຕາງໜ້າ ເຊິ່ງແມ່ນບໍລິສັດ ພັດທະນາກະສິກຳ ຮ່ວາງແອັງ ອັດຕະປື ປະຈຳລາວ, ວ່າງບໍ່ດົນມານນີ້ໄດ້ມອບເງີນຊ່ວຍເຫຼືອຈຳນວນ 2 ຕື້ກີບ (ປະມານ 250.000 ໂດລາສະຫະລັດ) ໃຫ້ຕາງໜ້າອຳນາດການປົກຄອງແຂວງອັດຕະປື ເພື່ອຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກ ອຸບັດຕິເຫດເຂື່ອນໄຟຟ້າ ເຊປຽນ  ເຊນ້ຳນ້ອຍແຕກ ໃນທ້າຍເດືອນກໍລະກົດທີ່ຜ່ານ.

  ກ່ອນໜ້ານັ້ນ, ພາຍຫຼັງເກີດເຫດ ເຂື່ອນໄຟຟ້າ ເຊປຽນ  ເຊນ້ຳນ້ອຍແຕກ ໃນວັນທີ 23 ກໍລະກົດ, ກຸ່ມບໍລິສັດ ຮ່ວາງແອັງຢາລາຍ  ກໍ່ໄດ້ຊ່ວຍເຫຼືອສຸກເສີນໃຫ້ແກ່ປະຊາຊົນລາວເຂດຖືກຜົນສະທ້ອນ ເຊິ່ງເປັນເຄື່ອງໃຊ້ທີ່ຈຳເປັນຈຳນວນ 2 ຄອນເທນເນີ.

ຕອບກັບ

ຂ່າວ/ບົດ​ອື່ນ