ວິສາຫະກິດ ຫວຽດນາມ ສຳຫຼວດຕະຫຼາດ ອາເມລີກາ ໃຕ້

ວິສາຫະກິດ ຫວຽດນາມ ສຳຫຼວດຕະຫຼາດ ອາເມລີກາ ໃຕ້ - ảnh 1
ເວທີ​ປາ​ໄສ​ວິ​ສາ​ຫະກິດຢູ່​ນະຄອນຫຼວງ Buenos Aires, ອັກ​ຊັງ​ຕິງ
(ພາບ: Quang Sơn/Vietnam+)

(vovworld) – ວິ​ສາ​ຫະກິດ ຫວຽດນາມ ​ແລະ ອັກ​ຊັງ​ຕິງ ຫຼາຍ​ແຫ່ງຫາ​ກໍ່​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ​ໂດຍ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ (ຫຼື VCCI) ສົມທົບ​ກັບ​ຫ້ອງການ​ການ​ຄ້າ ອັກ​ຊັງ​ຕິງ (​CAC) ຈັດ​ຕັ້ງ​ຂຶ້ນ​ຢູ່​ນະຄອນຫຼວງ Buenos Aires, ອັກ​ຊັງ​ຕິງ. ນີ້​ແມ່ນ​ເຫດການ​ນອນ​ໃນ​ຂອບ​ເຂດ​ການ​ສຳ​ຫຼວດຕະຫຼາດ ອາບຟຣີກາ ​ໃຕ້​ຂອງ​ຄະນະນັກທຸ​ລະກິດ ຫວຽດນາມ. ທີ່​​ເວທີ​ປາ​ໄສ, ບັນດາ​ນັກທຸລະກິດ ຫວຽດນາມ ມີ​ການ​ພົບ​ປະ​ຄັ້ງ​ຕ່າງໆ​ກັບ​ບັນດາ​ນັກທຸລະກິດ ອັກ​ຊັງ​ຕິງ ​ເພື່ອ​ຊອກ​ຮູ້​ຄວາມ​ສາມາດ​ຮ່ວມ​ມື​ມອບ​ໂອນ​ເຕັກ​ໂນ​ໂລ​ຢີ, ພັດທະນາ​ຜະລິດ​ຕະພັນ, ສ້າງ​ຕັ້ງ​ບໍລິສັດ​ຮ່ວມ​ທຸລະ​ກິດ, ຕົວ​ແທນຈຳໜ່າຍ​ຜະລິດ​ຕະພັນ. ​ເນື່ອງ​ໃນ​ໂອກາດ​ນີ້, ສູນ ຫວຽດນາມ - ອັກ​ຊັງ​ຕິງ ກໍ່ຈັດ​ຕັ້ງ​ການ​ພົບ​ປະ​ຕ່າງໆ​ລະຫວ່າງ​ນັກທຸລະກິດ 2 ປະ​ເທດ.

    ວັນ​ທີ 29/5, ຄະນະ​ນັກທຸລະກິດ ຫວຽດນາມ ​ໄດ້ໄປ​ຢ້ຽມຢາມ ຈີ​ເລ. ນະ​ທີ່​ນີ້, ຄະນະ​ມີ​ການ​ພົບ​ປະ​ກັບ​ບັນດາ​ວິ​ສາ​ຫະກິດ​ທ້ອງ​ຖິ່ນ ​ແລະ ສຳ​ຫຼວດຢູ່ບາງ​ຫາກ​ຖານ​ຜະລິດ​ຂອງ​ປະ​ເທດ​ນີ້.

 

ຂ່າວ/ບົດ​ອື່ນ