ວິ​ສາ​ຫະ​ກິດ ຫວຽດ​ນາມ ຮ່ວມ​ເດີນ​ທາງພ້ອມ​ກັບ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ລາວ ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ Covid-19

(VOVWORLD) -ບັນດາວັດຖຸອຸປະກອນການແພດໃນການປ້ອງກັນ, ສະກັດກັ້ນໂລກລະບາດລວມມີ ຊຸດກັນເຊື້ອພະຍາດ 3.000 ຊຸດ, ມີຜ້າອັດປາກ - ດັງຊະນິດຕ່າງໆ ກ່ວາ 200.000ອັນ, ນ້ຳຢາຂ້າເຊື້ອ 5.000 ຕຸກ ແລະ ຖົງມືການແພດ 50.000 ຄູ່.

ຕອນບ່າຍວັນທີ 20 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ ຜູ້ຕາງໜ້າກຸ່ມບໍລິສັດ ຮ່ວາງແອັງຢາລາຍ (ຫວຽດນາມ)ໄດ້ມອບເງິນເປັນສັນຍາລັກຈຳນວນ100.000 USD ໃຫ້ແກ່ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ລາວ  ສົມດີ ດວງດີ ນີ້ແມ່ນມູນຄ່າຂອງຈຳນວນອຸປະກອນການແພດ ເຊິ່ງກຸ່ມບໍລິສັດໄດ້ຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນ ລາວ ເພື່ອຮ່ວມແຮງຮ່ວມໃຈປ້ອງກັນ, ສະກັດກັ້ນ ໂລກລະບາດ Covid-19 ຢູ່ ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ