ວິສາຫະກິດ ຫວຽດນາມ ເຂົ້າຮ່ວມ Asia Tech X Singapore 2024

(VOVWORLD) - ການເຂົ້າຮ່ວມຂອງຄະນະຜູ້ແທນ ຫວຽດນາມ ສະແດງໃຫ້ເຫັນການເຊື່ອມໂຍງຂອງວິສາຫະກິດຢູ່ພາຍໃນປະເທດກັບຕະຫຼາດໂລກ.
ວິສາຫະກິດ ຫວຽດນາມ ເຂົ້າຮ່ວມ Asia Tech X Singapore 2024 - ảnh 1ກອງປະຊຸມສຸດຍອດເຕັກໂນໂລຊີ ອາຊີ ປີ 2024
(ພາບ: thailand-business-news)

        ແຕ່ວັນທີ 29 ຫາວັນທີ 31 ພຶດສະພາ, ກອງປະຊຸມສຸດຍອດເຕັກໂນໂລຊີ ອາຊີ ປີ 2024 (Asia Tech X Singapore 2024) ແລະ ບັນດາເຫດການທີ່ກ່ຽວຂ້ອງໄດ້ຈັດຂຶ້ນຢູ່ ສິງກະໂປ. ເຂົ້າຮ່ວມເຫດການ, ບັນດາວິສາຫະກິດ ຫວຽດນາມ ໄດ້ນຳເອົາຫຼາຍຜະລິດຕະພັນເຕັກໂນໂລຊີອັດສະລິຍະ, ປັນຍາປະດິດ, ເຮືອນອັດສະລິຍະມານຳສະເໜີ. ບັນດາຄູ່ຮ່ວມມືສາກົນກໍ່ສະແດງຄວາມສົນໃຈຕໍ່ບັນດາຜະລິດຕະພັນຂອງ ຫວຽດນາມ ໃນຂົງເຂດ AI, ສະແກນໃບໜ້າ, ວັດຖຸເຄື່ອງຂອງ…

        ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ມາຍເຟືອກຢຸງ ແລ້ວ, ການເຂົ້າຮ່ວມຂອງຄະນະຜູ້ແທນ ຫວຽດນາມ ສະແດງໃຫ້ເຫັນການເຊື່ອມໂຍງຂອງວິສາຫະກິດຢູ່ພາຍໃນປະເທດກັບຕະຫຼາດໂລກ. ທ່ານສະແດງຄວາມຫວັງວ່າ, ບັນດາວິສາຫະກິດຂອງ ຫວຽດນາມ ຈະນັບມື້ນັບເຂົ້າຮ່ວມເຫດການຄືດັ່ງກ່າວຫຼາຍກວ່າ ແລະ ບັນລຸໝາກຜົນໃຫ້ຫຼາຍກວ່າ, ເຊື່ອມຕໍ່ກັບເພື່ອນມິດສາກົນ, ຮ່ຳຮຽນ ແລະ ແບ່ງປັນບົດຮຽນກ່ຽວກັບບັນດາມາດຕະການແກ້ໄຂ, ພິເສດແມ່ນປັນຍາປະດິດ (AI) ໃນໄລຍະຈະມາເຖິງ…

ຕອບກັບ

ຂ່າວ/ບົດ​ອື່ນ