ວິສາຫະກິດ ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດສິນໃນນ້ຳ ອາເມລິກາ ເໜືອ 2023

(VOVWORLD) -   ທ່ານເອກອັກຄະລັດຖະທູດ ຫວັງວ່າ ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບບັນດາອົງການຕາງໜ້າກະຊວງການຕ່າງປະເທດ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ...
ວິສາຫະກິດ ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດສິນໃນນ້ຳ ອາເມລິກາ ເໜືອ 2023 - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ - ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢ້ຽມຢາມຮ້ານວາງສະແດງຂອງ ຫວຽດນາມ
(ພາບ:Quang Huy/TTXVN)

ວັນທີ 12 ມີນາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ - ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເຂົ້າຮ່ວມພິທີໄຂງານຕະຫຼາດນັດສິນໃນນ້ຳ ອາເມລິກາ ເໜືອ 2023 ຢູ່ສູນວາງສະແດງນະຄອນ Boston (ປະເທດ ອາເມລິກາ) ແລະ ພົບປະກັບຄະນະຜູ້ແທນວິສາຫະກິດສິນໃນນ້ຳ ຫວຽດນາມ ທີ່ເຂົ້າຮ່ວມງານຕະຫຼາດນັດ.

        ທ່ານເອກອັກຄະລັດຖະທູດ ຫວັງວ່າ ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບບັນດາອົງການຕາງໜ້າກະຊວງການຕ່າງປະເທດ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ປະຈຳ ອາເມລິກາ ເພື່ອປະຕິບັດບົດບາດເປັນຂົວເຊື່ອມຕໍ່ໃຫ້ສິນໃນນ້ຳ ຫວຽດນາມ ສືບຕໍ່ເພີ່ມອັດຕາສ່ວນກວມຢູ່ຕະຫຼາດ ອາເມລິກາ ໃຫ້ເປັນຢ່າງດີ. ໃນປີ 2022, ວົງເງິນສິນໃນນ້ຳສົ່ງອອກຂອງ ຫວຽດນາມ ບັນລຸ 11 ຕື້ USD, ເພີ່ມ 23% ເມື່ອທຽບໃສ່ປີ 2021. ອາເມລິກາ ແມ່ນຕະຫຼາດໃຫຍ່ທີ່ສຸດ ດ້ວຍ ຍອດວົງເງິນສົ່ງອອກບັນລຸ 20% .

ຕອບກັບ

ຂ່າວ/ບົດ​ອື່ນ