ວິສາຫະກິດ ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດເຄື່ອງສິລະປະຫັດຖະກຳ ຢູ່ອີຕາລີ

(VOVWORLD) - ລາຍການເປີດເຂດຮ້ານວາງສະແດງຂອງ ຫວຽດນາມ ໄດ້ດຶງດູດຄວາມສົນໃຈຂອງແຂກທ່ອງທ່ຽວ ແລະ ເພື່ອນມິດສາກົນຢ່າງຫຼວງຫຼາຍ. 
ວິສາຫະກິດ ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດເຄື່ອງສິລະປະຫັດຖະກຳ ຢູ່ອີຕາລີ - ảnh 1 ຮ້ານວາງສະແດງສິນຄ້າ ຫວຽດນາມ ໄດ້ດຶງດູດ ຜູ້ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ

ວັນທີ 3 ທັນວາ, ເຂດຮ້ານວາງສະແດງເຄື່ອງສິລະປະຫັດຖະກຳຂອງ ຫວຽດນາມ ຢູ່ຕະຫຼາດນັດເຄື່ອງສິລະປະຫັດຖະກຳໂລກຄັ້ງທີ 22 “L’Artigiano in Fiera 2017” ຢູ່ນະຄອນມິລານ ໄດ້ຈັດພິທີເປີດດ້ວຍການເຂົ້າຮ່ວມຂອງວິສາຫະກິດ ຫວຽດນາມ ກວ່າ 30 ແຫ່ງ. ທ່ານທີ່ປຶກສາດ້ານການຄ້າຂອງສະຖານທູດ ຫວຽດນາມ ປະຈຳອີຕາລີ ຫງວຽນດຶກແທ໋ງ ໃຫ້ຮູ້ວ່າ ດ້ວຍການເຂົ້າຮ່ວມຂອງວິສາຫະກິດ ກວ່າ 3.000 ແຫ່ງ ທີ່ມາຈາກກວ່າ 110 ປະເທດໃນໂລກ, “L’Artigiano in Fiera 2017” ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ມີກາລະໂອກາດກຳໄດ້ເຖິງຄວາມຕ້ອງການຂອງຕະຫຼາດ, ໂຄສະນາເຜີຍແຜ່ຜະລິດຕະພັນ, ເປີດກວ້າງເຄືອຂ່າຍລູກຄ້າ.

        ລາຍການເປີດເຂດຮ້ານວາງສະແດງຂອງ ຫວຽດນາມ ໄດ້ດຶງດູດຄວາມສົນໃຈຂອງແຂກທ່ອງທ່ຽວ ແລະ ເພື່ອນມິດສາກົນຢ່າງຫຼວງຫຼາຍ. ຮ້ານວາງສະແດງດ້ວຍເນື້ອທີ່ເກືອບ 1.500 ຕາແມັດ, ນອກຈາກການໂຄສະນາເຜີຍແຜ່ບັນດາປະເພດສິນຄ້າເຄື່ອງສິລະປະຫັດຖະກຳຫຼາຍຮູບຫຼາຍແບບ ແລະ ມີຊື່ສຽງຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ເຄື່ອງຫວາຍ, ຈັກສານ, ພາບແຕ້ມ, ແຜ່ນແພພື້ນເມືອງ, ເຄື່ອງຂັດມັນເຄືອບ, ຜະລິດຕະພັນກະເສດ, ເຄື່ອງທີ່ລະນຶກ…ບັນດາວິສາຫະກິດກໍ່ໄດ້ນຳມາຊຶ່ງພາບພົດໃຫ້ເພື່ອນມິດສາກົນກ່ຽວກັບປະເທດຊາດ ຫວຽດນາມ ສວຍສົດງົດງາມ, ສະໜິດສະໜົມ ແລະ ເປີດອົກເປີດໃຈ. ນອກຈາກນັ້ນ, ເຂດອາຫານການກິນຂອງ ຫວຽດນາມ ດ້ວຍບັນດາອາຫານທ້ອງຖິ່ນກໍ່ແມ່ນໜຶ່ງໃນບັນດາຈຸດດຶງດູດແຂກທ່ອງທ່ຽວມາຢ້ຽມຊົມຕະຫຼາດນັດ.

 

ຕອບກັບ

ຂ່າວ/ບົດ​ອື່ນ