ວິສາຫະກິດ ຫວຽດນາມ ແລະ ບັນຫາປະຕິບັດສິດຊັບສິນທາງປັນຍາ

(VOVWORLD) -ວັນທີ 18 ເມສາ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສົມທົບກັບກົມຊັບສິນທາງປັນຍາ ແລະ ສະມາຄົມຊັບສິນທາງປັນຍາຈັດຕັ້ງການໂອ້ລົມສົນທະນາດ້ວຍຫົວເລື່ອງວ່າ “ວິສາຫະກິດ ຫວຽດນາມ  ແລະ ບັນຫາປະຕິບັດສິດຊັບສິນທາງປັນຍາຕາມຂໍ້ກຳນົດຂອງປະມວນກົດໝາຍອາຍາ (ສະບັບປັບປຸງ)”.
ວິສາຫະກິດ ຫວຽດນາມ ແລະ ບັນຫາປະຕິບັດສິດຊັບສິນທາງປັນຍາ - ảnh 1 ທີ່ການໂອ້ລົມສົນທະນາ (ພາບ: kinhtedothi.vn)

ການໂອ້ລົມສົນທະນາແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດ, ບັນດານັກຄຸ້ມຄອງປຶກສາຫາລື ເພື່ອແນໃສ່ເຂົ້າໃຈແຈ້ງກ່ວາ ກ່ຽວກັບບັນດາບັນຫານິຕິທຳທີ່ກ່ຽວຂ້ອງເຖິງເລື່ອງປະຕິບັດສິດຊັບສິນທາງປັນຍາຕາມຂໍ້ກຳນົດສະບັບໃໝ່. ພ້ອມທັງ ຊ່ວຍໃຫ້ວິສາຫະກິດມີບັນດາມາດຕະການຈຳເປັນ ເພື່ອປົກປັກຮັກສາຂໍ້ມູນ, ສິດຊັບສິນທາງປັນຍາໃຫ້ປອດໄພ ແລະ ຫຼີກລ້ຽງຄວາມສ່ຽງຕໍ່ຄວາມຮັບຜິດຊອບທາງອາຍາ.

ຕອບກັບ

ຂ່າວ/ບົດ​ອື່ນ