ວິ​ສາ​ຫະ​ກິດ ຫວຽດ​ນາມ ​ໄດ້ຮັ​ບ​ການ​ລົງ​ທຶນ 25 ລ້ານ USD ເພື່ອ​ພັດ​ທະ​ນາ​ລະ​ບົບ​ມູນ​ຄ່າ​ກາ​ເຟ​ແບ​ບ​ຍືນ​ຍົງ

(VOVWORLD) -  ກອງທຶນລົງທຶນ ແລະ GREEN ຈະສະໜອງເງິນຕາໃຫ້ແກ່ບໍລິສັດ ຝຸກຊິງ ເພື່ອຊຸກຍູ້ວິວັດການຫັນປ່ຽນຂະແໜງກະສິກຳມຸ່ງໄປເຖິງລະບົບມູນຄ່າກາເຟແບບຍືນຍົງແຕ່ບໍ່ທຳລາຍປ່າ. 
ວິ​ສາ​ຫະ​ກິດ ຫວຽດ​ນາມ ​ໄດ້ຮັ​ບ​ການ​ລົງ​ທຶນ 25 ລ້ານ USD ເພື່ອ​ພັດ​ທະ​ນາ​ລະ​ບົບ​ມູນ​ຄ່າ​ກາ​ເຟ​ແບ​ບ​ຍືນ​ຍົງ - ảnh 1ກອງທຶນລົງທຶນ ແລະ GREEN (ໂຮນລັງ) ອຸປະຖຳທຶນຂຶ້ນເຖິງ 25 ລ້ານ USD ໃຫ້ແກ່ບໍລິສັດຫຸ້ນສ່ວນ ຝຸກຊິງ (Phuc Sinh Corporation) ເພື່ອພັດທະນາລະບົບມູນຄ່າກາເຟ(ພາບ: TTXVN)

ກອງທຶນລົງທຶນ ແລະ GREEN (ໂຮນລັງ) ຫາກໍ່ປ່ອຍເງິນລົງທຶນ ແລະ ຄາດການອຸປະຖຳທຶນຂຶ້ນເຖິງ 25 ລ້ານ USD ໃຫ້ແກ່ບໍລິສັດຫຸ້ນສ່ວນ ຝຸກຊິງ (Phuc Sinh Corporation) ໜຶ່ງໃນບັນດາບໍລິສັດສົ່ງອອກກາເຟ ແລະ ໝາກພິກໄທ ຫວຽດນາມ ເດີນຕາມເສັ້ນທາງພັດທະນາແບບຍືນຍົງ, ເພື່ອພັດທະນາລະບົບມູນຄ່າກາເຟ ແບບຍືນຍົງໂດຍບໍ່ທຳລາຍປ່າ. ກອງທຶນລົງທຶນ ແລະ GREEN ຈະສະໜອງເງິນຕາໃຫ້ແກ່ບໍລິສັດ ຝຸກຊິງ ເພື່ອຊຸກຍູ້ວິວັດການຫັນປ່ຽນຂະແໜງກະສິກຳມຸ່ງໄປເຖິງລະບົບມູນຄ່າກາເຟແບບຍືນຍົງແຕ່ບໍ່ທຳລາຍປ່າ. ນີ້ແມ່ນບ້ວງເງິນລົງທຶນທຳອິດຂອງ ກອງທຶນລົງທຶນ ແລະ GREEN ເຂົ້າວິສາຫະກິດ ຫວຽດນາມ, ສົ່ງສັນຍານຢ່າງຕັ້ງໜ້າໃຫ້ແກ່ຂະແໜງກະສິກຳ ຫວຽດນາມ ໃນການດຶງດູດບ້ວງເງິນລົງທຶນຮ່ວມສຳພັນແບບຍືນຍົງຈາກຕະຫຼາດການເງິນສາກົນ.

ທີ່ພິທີປະກາດຂໍ້ມູນອຸປະຖຳທີໄດ້ດຳເນີນໃນວັນທີ 15 ສິງຫາ, ຢູ່ນະຄອນໂຮ່ຈີມິນ ຜູ້ຕາງໜ້າການນຳບໍລິສັດຫຸ້ນສ່ວນ ຝຸກຊິງ ໃຫ້ຮູ້ວ່າ ດ້ວຍບ້ວງເງິນລົງທຶນໄລຍະຍາວ ແລະ ການໜູນຊ່ວຍຈາກກອງທຶນລົງທຶນ ແລະ GREEN, ຝຸກຊິງໃຫ້ຄຳໝັ້ນສັນຍາ ຈະຊຸກຍູ້ການຫັນປ່ຽນຂະແໜງກະສິກຳກາເຟຂອງ ຫວຽດນາມ ມຸ່ງໄປເຖິງບັນດາລະບົບສະໜອງອາດຈະຊອກຫາຕົ້ນກຳເນີດ, ບໍ່ທຳລາຍປ່າ. ບໍລິສັດຈະສຸມໃສ່ ການຍົກສູງຄຸນນະພາບ ແລະ ຄຸນຄ່າຂອງກາເຟ ຫວຽດນາມ ເມື່ອເປີດກວ້າງການຜະລິດ ແລະ ເຂົ້າເຖິງລູກຄ້າໃນທົ່ວໂລກ, ຜ່ານນັ້ນຊຸກຍູ້ບັນດາຜະລິດຕະພັນ ທີ່ໄດ້ຜະລິດແບບຍືນຍົງຂອງ ຫວຽດນາມ ໃນຂອບຂະໜາດທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ