ວິສາຫະກິດ ອົດສະຕາລີ ເພີ່ມທະວີການຮ່ວມມືກັບບັນດາປະເທດ ອາຊຽນ

(VOVWORLD) -  ຫວ່າງມໍ່ໆມານີ້, ທ່ານລັດຖະມົນຕີກະຊວງການຄ້າ ອົດສະຕາລີ Simon Birmingham ໄດ້ຮຽກຮ້ອງປະຊາຄົມວິສາຫະກິດປະເທດນີ້ “ຄົ້ນຄວ້າ” ບັນດາກາລະໂອກາດບົ່ມຊ້ອນຈາກ 10 ປະເທດສະມາຊິກ ອາຊຽນ ຫລາຍກ່ວາອີກ .
ວິສາຫະກິດ ອົດສະຕາລີ ເພີ່ມທະວີການຮ່ວມມືກັບບັນດາປະເທດ ອາຊຽນ - ảnh 1 ທ່ານລັດຖະມົນຕີກະຊວງການຄ້າ ອົດສະຕາລີ Simon Birmingham (ພາບ: anberratimes.com.au)

        ກ່າວຄຳເຫັນທີ່ເວທີປາໄສສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງ ອາຊຽນ ໂດຍສະພາ ອົດສະຕາລີ - ອາຊຽນ, ຄະນະກຳມະການ ອາຊຽນ ປະຈຳ Canberra ແລະ ສູນ Asialink ຈັດຕັ້ງໃນທ້າຍອາທິດກ່ອນ, ທ່ານ Simon Birmingham ໄດ້ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນການເຕີບໂຕຢູ່ບັນດາປະເທດຄື ຫວຽດນາມ ແລະ ອິນໂດເນເຊຍ ຫຼື ມາເລເຊຍ ຈະສະໜອງບັນດາກາລະໂອກາດຢ່າງແຮງໃຫ້ແກ່ບັນດາວິສາຫະກິດ ອົດສະຕາລີ ເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນກັບ ອາຊຽນ ກ່ວາອີກ. ທ່ານ Simon Birmingham ໃຫ້ຮູ້ຕື່ມອີກວ່າ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ເຊິ່ງ 15 ປະເທດສະມາຊິກມະຫາສະໝຸດ ອິນເດຍ - ປາຊີຟິກ ໃກ້ຈະເຊັນນັ້ນ ຈະສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວດຳເນີນທຸລະກິດຂອງບັນດາວິສາຫະກິດໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ