ວິສາຫະກິດ ອາດຈະຢັ້ງຢືນຕົ້ນດຳເນີດສິນຄ້າຂອງຕົນເພື່ອໄດ້ຊົມໃຊ້ບຸລິມະສິດຈາກ UKVFTA

(VOVWORLD) -ສັນຍາ UKVFTA ຊ່ວຍ ຮັກສາ ແລະ ເພີ່ມທະວີຂອບເຂດການຮ່ວມມືດ້ານເສດຖະກິດ ການຄ້າ ລະຫວ່າງຫວຽດນາມ ແລະ ອັງກິດ ໃຫ້ຫລາຍກວ່າອີກ.
ວິສາຫະກິດ ອາດຈະຢັ້ງຢືນຕົ້ນດຳເນີດສິນຄ້າຂອງຕົນເພື່ອໄດ້ຊົມໃຊ້ບຸລິມະສິດຈາກ UKVFTA - ảnh 1ພາບປະກອບ:baodautu

ສັນຍາ UKVFTA ໄດ້ຮັບການລົງນາມຢ່າງເປັນທາງການຢູ່ ລອນດອນ ປະເທດ ອັງກິດ ເມື່ອວັນທີ 29 ທັນວາ ປີ 2020 ແລະ ໄດ້ນຳໃຊ້ຊົ່ວຄາວນັບແຕ່ວັນທີ 1 ມັງກອນປີ 2021. ຕາມກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ແລ້ວ, ນີ້ແມ່ນສັນຍາການຄ້າເສລີ ລຸ້ນໃຫມ່ ສະບັບທີ 3 ຊື່ງຫວຽດນາມ ໄດ້ລົງນາມ ແລະ ຜັນຂະຫຍາຍ, ຊ່ວຍ ຮັກສາ ແລະ ເພີ່ມທະວີຂອບເຂດການຮ່ວມມືດ້ານເສດຖະກິດ ການຄ້າ ກັບ ອັງກິດ ໃຫ້ຫລາຍກວ່າອີກ.

ສັນຍາສະບັບນີ້ ຈະຊ່ວຍຫວຽດນາມ ຮັກສາບັນດາເງື່ອນໄຂດ້ານການຄ້າບຸລິມະສິດ ແລະ ຜົນປະໂຫຍດດ້ານເສດຖະກິດຜ່ານບັນດາຄຳໝັ້ນສັນຍາເປີດປະຕູການຕະຫລາດຊື່ງໄດ້ລະບຸໃນສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (EVFTA). ນອກນັ້ນ ສັນຍາສະບັບນີ້ ເປັນການຊຸກຍູ້ເລື່ອງປົກປ້ອງຊັບສິນທາງປັນຍາ, ປົກປ້ອງຕົ້ນກຳເນີດສິນຄ້າ, ການພັດທະນາແບບຍືນຍົງ. ສັນຍາ ຈະມີຜົນສັກສິດນັບແຕ່ວັນທີ 1 ພຶດສະພາປີ 2021 ເປັນຕົ້ນໄປ ແລະ ຕັ້ງຄວາມຫວັງວ່າ ຈະຊຸກຍູ້ການສົ່ງອອກສິນຄ້າໄປຍັງຕະຫລາດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ