ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ຕີ​ລາ​ຄາ​ສູງ ໝາກ​ຜົນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ຄວບ​ຄູ່​ຂອງ ຫວຽດ​ນາມ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ໄດ້ຕີລາຄາສູງ ຕໍ່ການປະກອບສ່ວນຂອງປະຊາຄົມວິສາຫະກິດ ອາເມລິກາ ໃນການຊຸກຍູ້ການຮ່ວມມືເສດຖະກິດສອງຝ່າຍ ແລະ ຄຳໝັ້ນສັນຍາຂອງລັດຖະບານ ອາເມລິກາ ຈະປະກອບເງິນຈຳນວນ 4 ຕື້ USD ໃຫ້ແກ່ໂຄງການ COVAX. 
ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ຕີ​ລາ​ຄາ​ສູງ ໝາກ​ຜົນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ຄວບ​ຄູ່​ຂອງ ຫວຽດ​ນາມ - ảnh 1ການໂອ້ລົມສົນທະນາຜ່ານທາງອອນລາຍ ລະຫວ່າງທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ແລະ ປະຊາຄົມວິສາຫະກິດ ອາເມລິກາ

ຕອນເຊົ້າວັນທີ 30 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ໄດ້ເປັນປະທານການໂອ້ລົມສົນທະນາຜ່ານທາງອອນລາຍກັບປະຊາຄົມວິສາຫະກິດ ອາເມລິກາ ເພື່ອແບ່ງປັນກ່ຽວກັບວິໄສທັດ, ຂໍ້ລິເລີ່ມ ແລະ ມາດຕະການຊຸກຍູ້ການພົວພັນ ຫວຽດນາມ - ອາເມລິກາ ໃຫ້ພັດທະນາຢ່າງເລິກເຊິ່ງກວ້າງຂວາງ ກໍຄື ໜູນຊ່ວຍ ຫວຽດນາມ ໃນວິວັດການຟື້ນຟູ, ພັດທະນາເສດຖະກິດ ພາຍຫຼັງໄລຍະເກີດໂລກລະບາດ ໂຄວິດ - 19.

        ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ໄດ້ຕີລາຄາສູງ ຕໍ່ການປະກອບສ່ວນຂອງປະຊາຄົມວິສາຫະກິດ ອາເມລິກາ ໃນການຊຸກຍູ້ການຮ່ວມມືເສດຖະກິດສອງຝ່າຍ ແລະ ຄຳໝັ້ນສັນຍາຂອງລັດຖະບານ ອາເມລິກາ ຈະປະກອບເງິນຈຳນວນ 4 ຕື້ USD ໃຫ້ແກ່ໂຄງການ COVAX. ພ້ອມທັງປາດຖະໜາວ່າ ລັດຖະບານ ແລະ ປະຊາຄົມວິສາຫະກິດ ອາເມລິກາ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການສຳຜັດກັບບັນດາແຫຼ່ງສະໜອງວັກຊິນ, ກໍຄືໃນການຜະລິດ ແລະ ຖ່າຍທອດເຕັກໂນໂລຢີຜະລິດວັກຊິນ.

        ຜູ້ຕາງໜ້າປະຊາຄົມວິສາຫະກິດ ອາເມລິກາ ລ້ວນແຕ່ຕີລາຄາສູງໝາກຜົນຂອງການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ການພັດທະນາເສດຖະກິດຂອງ ຫວຽດນາມ, ຄວາມສາມາດບົ່ມຊ້ອນໃນການພົວພັນເສດຖະກິດລະຫວ່າງສອງປະເທດ, ບັນດາຂໍ້ສະເໜີ, ຂໍ້ລິເລີ່ມກ່ຽວກັບການຮ່ວມມືພັດທະນາເສດຖະກິດດີຈີຕອນ, ພື້ນຖານໂຄງລ່າງ, ພະລັງງານຜະລິດຄືນໃໝ່, ພະລັງງານສະອາດ, ການພັດທະນາແບບຍືນຍົງຂອງ ຫວຽດນາມ.


 

ຕອບກັບ

ຂ່າວ/ບົດ​ອື່ນ