ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ​ຢູ່​ຫວຽດ​ນາມ ໜູນ​ຊ່ວຍ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາ​ດ​ດ້ານ​ການ​ແພດ​ຢູ່ ນະ​ຄອນ​ໂຮ​່​ຈີ​ມິນ

(VOVWORLD) -ຕອນບ່າຍວັນທີ 21 ກໍລະກົດ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສະຫະສະມາຄົມການຄ້າ ອາເມລິກາ ປະຈຳຫວຽດນາມ (AMCHAM ຫວຽດນາມ), ບໍລິສັດ Intel Products ຫວຽດນາມ ມອບລົດພະຍາບານ ແລະ ອຸປະກອນການແພດທີ່ມີມູນຄ່າ ກ່ວາ 2,2 ຕື້ຶ້ ດົງ ໃຫ້ແກ່ສູນສຸກເສີນ 115 ນະຄອນໂຮ່ຈີມິນ.
ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ​ຢູ່​ຫວຽດ​ນາມ ໜູນ​ຊ່ວຍ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາ​ດ​ດ້ານ​ການ​ແພດ​ຢູ່ ນະ​ຄອນ​ໂຮ​່​ຈີ​ມິນ - ảnh 1ພິທີມອບຮັບລົດພະຍາບານ (ພາບ: TTXVN) 

ທີ່ພິທີ, ທ່ານນາງ ໂຕທິບິກເຈົາ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ສະແດງຄວາມຂອບໃຈຕໍ່ການໜູນຊ່ວຍຂອງສະຫະສະມາຄົມການຄ້າອາເມລິກາ ປະຈຳຫວຽດນາມ ໃນການຮ່ວມແຮງຮ່ວມໃຈ, ພ້ອມກັບນະຄອນໂຮ່ຈີມິນປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ພ້ອມທັງຕີລາຄາສູງຕໍ່ການຮ່ວມມືໃນຂົງເຂດສາທາລະນະສຸກລະຫວ່າງ ອາເມລິກາ ແລະ ຫວຽດນາມ.

        ໂດຍຕາງໜ້າໃຫ້ແກ່ສະຖານກົງສູນໃຫຍ່ອາເມລິກາປະຈຳນະຄອນໂຮ່ຈີມິນ, ທ່ານນາງ Amy Bailey, ຮອງຫົວໜ້າຫ້ອງການການແພດ ແລະ ຄວບຄຸມພະຍາດ (CDC) ແລະ ອົງການພັດທະນາສາກົນ ອາເມລິກາ ປະຈຳນະຄອນໂຮ່ຈີມິນໄດ້ສະແດງຄວາມຊົມເຊີຍຕໍ່ຫວຽດນາມ ທີ່ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19, ພ້ອມທັງຢັ້ງຢືນຄວາມປາດຖະໜາຂອງອາເມລິກາໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາແລະ  ໝັ້ນແກ່ນກ່ວາເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ