ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ​ມີ​ສົນ​ໃຈ​ບັນ​ດາ​ມາດ​ຕະ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ແລະ ອາ​ຊຽນ

(VOVWORLD) - ວັນທີ 3 ມິຖຸນາ ທ່ານຮ່າກິມງັອກ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ ພ້ອມກັບທ່ານ Jose Manuel Romualdez ເອກອັກຄະລັດຖະທູດ ຟີລິບປິນ ໄດ້ເຂົ້າຮ່ວມການ ປຶກສາຫາລື ທາງອອນລາຍໂດຍສູນສາກົນ Meridian ຈັດຂຶ້ນດ້ວຍຫົວຂໍ້ “ການຮັບມືຂອງອາຊຽນໃນໄລຍະຟື້ນຟູເສດຖະກິດພາຍຫຼັງ Covid - 19”.
ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ​ມີ​ສົນ​ໃຈ​ບັນ​ດາ​ມາດ​ຕະ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ແລະ ອາ​ຊຽນ - ảnh 1ທ່ານຮ່າກິມງັອກ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ, ທ່ານ Jose Manuel Romualdez ເອກອັກຄະລັດຖະທູດ ຟີລິບປິນ ແລະ ທ່ານStuart Hollidayປະທານສູນສາກົນ Meridian (ພາບ: TTXVN)

ທ່ານ ຮ່າກິມງັອກ ແລະ ທ່ານ Jose Manuel Romualdez ລ້ວນແຕ່ເນັ້ນໜັກວ່າ ໂລກລະບາດ Covid – 19 ພວມກໍ່ສິ່ງທ້າທາຍທີ່ ບໍ່ເຄີຍມີມາກ່ອນສຳລັບບັນດາປະເທດໃນໂລກ, ໃນນັ້ນມີ ອາຊຽນ. ດ້ວຍບົດບາດເປັນປະທານອາຊຽນ, ຫວຽດນາມໄດ້ຮ່ວມມືກັບບັນດາປະເທດສະມາຊິກອາຊຽນຢ່າງແໜ້ນແຟ້ນ ເພື່ອເສີມຂະຫຍາຍບັນດາກົນໄກສົມທົບນະໂຍບາຍ ແລະ ການເຄື່ອນໄຫວຂອງອາຊຽນໂດຍໄວ.

        ທ່ານ ຮ່າກິມງັອກໄດ້ສະແດງຄວາມປາດຖະໜາຢາກໃຫ້ບັນດາວິສາຫະກິດອາເມລິກາ ດ້ວຍຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງທາງດ້ານເຕັກໂນໂລຢີ, ວິຊາສະເພາະ ແລະ ເງິນທຶນ ຈະສືບຕໍ່ເລືອກເອົາຫວຽດນາມແມ່ນຈຸດນັດພົບທີ່ດູດດຶມແລະ ປອດໄພໃຫ້ແກ່ບັນດາການເຄື່ອນໄຫວດຳເນີນທຸລະກິດ ແລະ ການຫັນປ່ຽນແຫຼ່ງສະໜອງ.

        ສ່ວນຜູ້ຕາງໜ້າບັນດາວິສາຫະກິດອາເມລິກາໄດ້ສະແດງຄວາມປາດຖະໜາຢາກໃຫ້ ອາຊຽນເວົ້າລວມ ແລະ ຫວຽດານມ ເວົ້າສະເພາະສືບຕໍ່ຮັກສາລະບົບສະໜອງ, ເປັນຕົ້ນແມ່ນບັນດາຜະລິດຕະພັນ, ອຸປະກອນການແພດ, ພ້ອມທັງສະເໜີໃຫ້ຫວຽດນາມເປີດປະຕູໂດຍໄວເພື່ອໃຫ້ບັນດາວິສາຫະກິດອາເມລິກາມີເງື່ອນໄຂສຳຜັດກັບບັນດາຄູ່ຮ່ວມມື ແລະຕະຫຼາດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ