ວິສາຫະກິດ ເອີລົບ ສະໜັບສະໜູນ EVFTA

(VOVWORLD) - ທີ່ກອງປະຊຸມສຳມະນາ, ບັນດານັກປາຖະກະຖາຕາງໜ້າໃຫ້ວິສາຫະກິດ ເອີລົບ ກໍ່ສະແດງຄວາມສະໜັບສະໜູນຢ່າງແຮງຕໍ່ເລື່ອງລົງນາມ
ວິສາຫະກິດ ເອີລົບ ສະໜັບສະໜູນ EVFTA - ảnh 1 ພາບປະກອບ

ວັນທີ 8 ຕຸລາ, ຢູ່ ບຣຸກແຊນ, ປະເທດ ແບນຊິກ, ສະຫະສະມາຄົມ ວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (Euro Cham) ໄດ້ສົມທົບກັບອົງການດຳເນີນທຸລະກິດ ເອີລົບ (BusinessEurope) ແລະ ສະຫະສະມາຄົມການຄ້າເສລີ (Amfori) ໄດ້ຈັດຕັ້ງກອງປະຊຸມສຳມະນາສະໜອງຂໍ້ມູນຂ່າວສານໃຫ້ແກ່ບັນດາວິສາຫະກິດ ເອີລົບ ກ່ຽວກັບຕະຫຼາດ ຫວຽດນາມ ແລະ ສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ (EU) ແລະ ຫວຽດນາມ (EVFTA).

        ທີ່ກອງປະຊຸມສຳມະນາ, ບັນດານັກປາຖະກະຖາຕາງໜ້າໃຫ້ວິສາຫະກິດ ເອີລົບ ກໍ່ສະແດງຄວາມສະໜັບສະໜູນຢ່າງແຮງຕໍ່ເລື່ອງລົງນາມ ແລະ ໃຫ້ສັດຕະຍາບັນ ສັນຍາ EVFTA ດ້ວຍເລື່ອງຍົກອອກບັນດາຜົນປະໂຫຍດເຊິ່ງທຸກຝ່າຍ, ພິເສດແມ່ນວິສາຫະກິດ ເອີລົບ ໄດ້ຮັບຜົນປະໂຫຍດຈາກສັນຍາດັ່ງກ່າວ.

        ທ່ານ Nicolas Audier, ປະທານສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (EuroCham) ໄດ້ສັງເກດວ່າ: EVFTA ມີຜົນປະໂຫຍດຕໍ່ວິສາຫະກິດ ເອີລົບ ໃນຫຼາຍຂົງເຂດ. ທ່ານ Nicolas Audier ໃຫ້ຮູ້ວ່າ: ວິສາຫະກິດສະມາຊິກຂອງ EuroCham 80% ໄດ້ສະແດງຄວາມປະເອີບໃຈກ່ຽວກັບແງ່ຫວັງການດຳເນີນທຸລະກິດຢູ່ ຫວຽດນາມ ແລະ ຫວັງວ່າ EVFTA ຈະໄດ້ຮັບການລົງນາມ ແລະ ໃຫ້ສັດຕະຍາບັນໂດຍໄວໃນໄລຍະຈະມາເຖິງໂດຍໄວ.

        ໃນວາລະປຶກສາຫາລື, ບັນດານັກປາຖະກະຖາ ທີ່ມາຈາກບັນດາວິສາຫະກິດ ເອີລົບ ພວມເຄື່ອນໄຫວຢູ່ ຫວຽດນາມ ໄດ້ແລກປ່ຽນກ່ຽວກັບຜົນກະທົບຂອງສັນຍາຕໍ່ວິວັດການປ່ຽນແປງໃໝ່ຢູ່ ຫວຽດນາມ. ບັນດານັກປາຖະກະຖາ ຕີລາຄາວ່າກາລະໂອກາດດຳເນີນທຸລະກິດເພີ່ມຂຶ້ນ, ພິເສດແມ່ນການເຄື່ອນໄຫວສົ່ງອອກຈາກ EU ເຖິງ ຫວຽດນາມ ແລະ ຈາກ ຫວຽດນາມ ໄປ EU ຍ້ອນຄວາມເປັນຫຼາຍຮູບຫຼາຍແບບ ແລະ ບັນດາທ່າແຮງໜູນຊ່ວຍເຊິ່ງກັນ ແລະ ກັນຂອງສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ