ວິສາຫະກິດ ແດນມາກ ປາດຖະໜາຢາກລົງທຶນເຂົ້າໃນນະຄອນໂຮ່ຈິມິນ

ວິສາຫະກິດ ແດນມາກ ປາດຖະໜາຢາກລົງທຶນເຂົ້າໃນນະຄອນໂຮ່ຈິມິນ - ảnh 1
ວິສາຫະກິດ ແດນມາກ ປາດຖະໜາຢາກລົງທຶນເຂົ້າໃນນະຄອນໂຮ່ຈິມິນ
(ພາບ: laodong.com.vn)

(vovworld) - ​ຕອນ​ບ່າຍ​ວັນ​ທີ 21/1, ທ່ານ​ປະທານ​ຄະ​ນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ ​ແລະ ຮ່ວມ​ມື​ພັດທະນາ ​ແດນ​ມາກ Mogens Jensen. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ຄະ​ນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ ​ໃຫ້​ຮູ້​ວ່າ: ນັບ​ແຕ່​ເມື່ອ​ແດນ​ມາກ ສ້າງ​ການ​ພົວພັນ​ທາງ​ການ​ທູດ ກັບ ​ຫວຽດນາມ ​ເມື່ອປີ 1971 ມາ​ຮອດ​ປະຈຸ​ບັນ, ​ແດນ​ມາກ ຍາມ​ໃດ​ກໍ່​ສະຫງວນ​ໃຫ້​ແກ່​ ຫວຽດນາມ ການ​ສະໜັບສະໜູນ, ພິ​ເສດ​ແດນ​ມາກ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ຢູ່​ເອີ​ລົບ ທີ່​ໄດ້ໜູນ​ຊ່ວຍ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່ ​ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ສົ່ງ​ເສີມ​ສຸຂະພາບ​ວົງ​ຄະນະ​ຍາດ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ​ໃນ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ, ນະຄອນ​ໂຮ່ຈິ​ມິນ ​ແລະ ​ແດນ​ມາກ ກໍ່​ມີ​ການ​ພົວພັນ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ. ປະຈຸ​ບັນ​ມີ 49 ​ໂຄງການ​ຂອງ​ບັນດາ​ນັກ​ລົງທຶນ​ແດນ​ມາກ ​ຢູ່​ນະຄອນ​ໂຮ່ຈິ​ມິນ ດ້ວຍ​ຍອດ​​ເງິນລົງທຶນກ່ວາ 60 ລ້ານUSD.

        ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ ​ແລະ ຮ່ວມ​ມື​ພັດທະນາ ​ແດນ​ມາກ Mogens Jensen  ​ແບ່ງປັນ​ວ່າ: ນະຄອນ​ໂຮ່ຈິ​ມິນ ​ແມ່ນ​ບ່ອນ​ທີ່​ມີ​ກາລະ​ໂອກາດ​ຫຼາຍ​ຢ່າງ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ແດນ​ມາກ ລົງທຶນ​ເຂົ້າ. ທ່ານ​ລັດຖະມົນຕີ​ວ່າການ​ເຊື່ອ​ໝັ້ນ​ວ່າ: ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ​ຈະ​ມີ​ບັນດາ​ວິ​ສາ​ຫະກິດ​ແດນ​ມາກ​ ມາ​ດຳ​ເນີນ​ທຸລະ​ກິດ​ຢູ່​ນະຄອນ​ໂຮ່ຈິ​ມິນ​ຫຼາຍ​ກ່ວາ​ອີກ​ໃນ​ບັນດາ​ຂົງ​ເຂດ ສາທາລະນະ​ສຸກ, ການ​ສຶກສາ, ສະພາບ​ແວດ​ລ້ອມ​ຂຽວ ​ແລະ ສະບຽງ​ອາຫານ.

ຂ່າວ/ບົດ​ອື່ນ