ວິສາຫະກິດຂັ້ນສູງ ອາເມລິກາ ຊອກຫາບັນດາກາລະໂອກາດຮ່ວມມືກັບ ຫວຽດນາມ

(VOVWORLD) - ຄະນະຜູ້ແທນວິສາຫະກິດຂັ້ນສູງ ອາເມລິກາ ລວມມີ 50 ບໍລິສັດເຄື່ອນໄຫວໃນຫຼາຍຂົງເຂດ, ຄື: ເຕັກໂນໂລຊີ, ພະລັງງານ, ການບິນ ແລະ ປ້ອງກັນຊາດ, ພ້ອມກັບຫຼາຍຂົງເຂດອື່ນໆ.
ວິສາຫະກິດຂັ້ນສູງ ອາເມລິກາ ຊອກຫາບັນດາກາລະໂອກາດຮ່ວມມືກັບ ຫວຽດນາມ - ảnh 1 (ຄະນະຜູ້ແທນວິສາຫະກິດຂັ້ນສູງ ອາເມລິກາ ລວມມີ 50 ບໍລິສັດເຄື່ອນໄຫວໃນຫຼາຍຂົງເຂດ)

        ການຍົກຍ້າຍພະລັງງານ ແລະ ປັນຍາປະດິດ… ຈະແມ່ນບັນດາບຸລິມະສິດຈຸດສຸມຢູ່ຕະຫຼາດ ຫວຽດນາມ. ນີ້ແມ່ນຄຳຢືນຢັນຂອງຜູ້ຕາງໜ້າບັນດາວິສາຫະກິດຂັ້ນສູງ ອາເມລິກາ, ຄື: Meta, AIS, ທະນາຄານ Exim bank, Chubplife… ທີ່ການປະຊຸມຂ່າວທີ່ຈັດຂຶ້ນໃນຕອນຄ່ຳວັນທີ 18 ມີນາ, ຢູ່ ຮ່າໂນ້ຍ. ນີ້ກໍ່ແມ່ນເທື່ອທຳອິດທີ່ມີຄະນະຜູ້ແທນວິສາຫະກິດໃຫຍ່ຂອງ ອາເມລິກາ ມາ ຫວຽດນາມ ນັບແຕ່ເມື່ອ ຫວຽດນາມ - ອາເມລິກາ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ເດືອນ ກັນຍາ 2023).

        ຄະນະຜູ້ແທນວິສາຫະກິດຂັ້ນສູງ ອາເມລິກາ ລວມມີ 50 ບໍລິສັດເຄື່ອນໄຫວໃນຫຼາຍຂົງເຂດ, ຄື: ເຕັກໂນໂລຊີ, ພະລັງງານ, ການບິນ ແລະ ປ້ອງກັນຊາດ, ພ້ອມກັບຫຼາຍຂົງເຂດອື່ນໆ. ຕາມທ່ານນາງ Sarah Morgenthau, ຜູ້ຕາງໜ້າພິເສດດ້ານການຄ້າ ແລະ ດຳເນີນທຸລະກິດ, ກະຊວງການຕ່າງປະເທດ ອາເມລິກາ ແລ້ວ, ເລື່ອງມີຄະນະຜູ້ແທນວິສາຫະກິດໃຫຍ່ມາຊອກຮູ້ຕະຫຼາດ ຫວຽດນາມ ໃນຄັ້ງນີ້, ສະແດງໃຫ້ເຫັນຄວາມສົນໃຈຢ່າງໃຫຍ່ຫຼວງຂອງວິສາຫະກິດ ອາເມລິກາ ສຳລັບ ຫວຽດນາມ.

        “ຫວຽດນາມ ແມ່ນຄູ່ຮ່ວມມືໃຫຍ່ທີ 9 ຂອງ ອາເມລິກາ ແລະ ແມ່ນຄູ່ຄ້າແຖວໜ້າຂອງພວກຂ້າພະເຈົ້າໃນ ອາຊຽນ. ການເຂົ້າຮ່ວມຂອງຄະນະຜູ້ແທນວິສາຫະກິດເປັນຈຳນວນຫຼາຍ, ລວມມີຫົວໜ້າຝ່າຍບໍລິຫານວິສາຫະກິດຂັ້ນສູງ, ບັນດາເຈົ້າໜ້າທີ່ລັດຖະບານ ອາເມລິກາ ໄດ້ສ່ອງແສງເຖິງລະດັບຄວາມສຳຄັນທີ່ນັບມື້ນັບສູງຂອງການພົວພັນ 2 ຝ່າຍລະຫວ່າງ 2 ປະເທດພວກເຮົາ, ການພົວພັນໄດ້ຍົກຂຶ້ນສູ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນການຢ້ຽມຢາມຄັ້ງປະຫວັດສາດຂອງທ່ານປະທານາທິບໍດີ Joe Biden ໃນໄລຍະຜ່ານມາ. ປະຈຸບັນ, ພວກເຮົາມີໂອກາດເພື່ອຫັນວິໄສທັດກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ໄດ້ຮັບການສ້າງຕັ້ງນີ້ຢ່າງຄົບຖ້ວນ”.

ຕອບກັບ

ຂ່າວ/ບົດ​ອື່ນ