ວິສາຫະກິດຂະໜາດກາງແລະນ້ອຍເຢຍລະມັນເອົາໃຈໃສ່ເຖິງຕະຫລາດຫວຽດນາມ

ວິສາຫະກິດຂະໜາດກາງແລະນ້ອຍເຢຍລະມັນເອົາໃຈໃສ່ເຖິງຕະຫລາດຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ຫວ່າງ​ແລ້ວ​ນີ້, ຢູ່​ເຢຍລະ​ມັນ, ທ່ານ ຫງວຽນ​ຮື​ວຈ໋າງ ​​ອັກຄະ​ລັດຖະທູ​ດຜູ້​ຮັບຜິດຊອບການ​ຄ້າ ຫວຽດນາມ ປະ​ຈຳ ​ເຢຍລະ​ມັນ ​ແລະ ທ່ານ ຫງວຽນ​ຮົ່ງຫລີງ ຫົວ​ໜ້າ​ສະຖານກົງສູນ​ ຫວຽດນາມ ປະຈຳ Frankfurt ມີ​ການ​ເ​ຮັດ​ວຽກ​ກັບ​ປະທານ​ສະຫະ​ປະຊາ​ຄົມຂະ​ແໜງ​ອາຊີບ​ຜະລິດ​ເຄື່ອງ​ຫຼີ້ນຂອງ ​ເຢຍລະ​ມັນ (DVSI) ​ເພື່ອ​ແນ​ໃສ່​ຊອກ​ຮູ້, ​ແລກປ່ຽນ​ກ່ຽວ​ກັບ​ຄວາມ​ສາມາດຮ່ວມ​ມື​ລົງທຶນ​ຂອງ DVSI ຢູ່ ຫວຽດນາມ. ນະ​ທີ່​ນີ້, ທ່ານ Ulrich Brobeil ປະທານ​ສະຫະ​ປະຊາ​ຄົມ DVSI ​ໄດ້​ປະກາດບັນດາ​ແຜນການ​ຄາດ​ຄະ​ເນ​ໃນ​ໄລຍະ​ຈະ​ມາ​ເຖິງ​ຂອງສະຫະ​ສະມາຄົມ ກໍ່​ຄື​ບັນດາວິ​ສາ​ຫະກິດ​ສະມາຊິກ​. ທ່ານ Brobeil ​ໃຫ້​ຮູ້​ວ່າ: ວິ​ສາ​ຫະກິດ​ຜະລິດ​ເຄື່ອງ​ຫຼີ້ນຫລາຍ​ແຫ່ງ​ໄດ້​ເລືອກ​ເຟັ້ນ ຫວຽດນາມ ​ເປັນ​ປະກາດ​ໄດ້​ຮັບ​ບຸລິມະສິດ​ໃນ​​ແຜນການ​ລົງທຶນ, ພ້ອມ​ທັງ ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ເງື່ອນ​ໄຂ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ໃນການ​ຜະລິດ​ເຄື່ອງ​ຫຼີ້ນຂອງ ຫວຽດນາມ. ທ່ານ​ກໍ່​ໃຫ້​ຮູ້​ວ່າ: ທ້າຍ​ເຄິ່ງປີ​ນີ້, ສະຫະ​ສະມາຄົມ​ຈະ​ສົມທົບ​ກັນ​ຈັດ​ຕັ້ງ “ວັນ​ບຸນ ຫວຽດນາມ” ຢູ່ Munchen, Nurnberg ຫຼື ນະຄອນ​ອື່ນໆ ​ເພື່ອ​ໂຄສະນາ​ກ່ຽວ​ກັບ​ຕະຫລາດ ຫວຽດນາມ ​ແລະ ຄາດ​ຄະ​ເນ​ວ່າ ​ຄະ​ນະວິ​ສາ​ຫະກິດ​ຂອງ​ລັດ Bayern ຈະ​ມາ ຫວຽດນາມ ໃນ​ຕົ້ນ​ປີໜ້າ ​ເພື່ອຊອກ​ຫາກາລະ​ໂອກາດ​​ການ​ລົງທຶນ ​.

ຂ່າວ/ບົດ​ອື່ນ