ວິສາຫະກິດຄວນກຳແໜ້ນທາງດ້ານວັດທະນະທຳ ຂອງປະເທດປະຈຳຖິ່ນ ເມື່ອສົ່ງອອກໄປຍັງ ອັງກິດ.

(VOVWORLD) -ສັນຍາການຄ້າເສລີ ຫວຽດນາມ - ອັງກິດ (UKVFTA) ໄດ້ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 1 ພຶດສະພາ  2021 ເປັນຕົ້ນໄປ 
ວິສາຫະກິດຄວນກຳແໜ້ນທາງດ້ານວັດທະນະທຳ ຂອງປະເທດປະຈຳຖິ່ນ ເມື່ອສົ່ງອອກໄປຍັງ ອັງກິດ. - ảnh 1ພາບປະກອບ

    ສັນຍາການຄ້າເສລີ ຫວຽດນາມ - ອັງກິດ (UKVFTA) ໄດ້ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 1 ພຶດສະພາ  2021 ເປັນຕົ້ນໄປ ເຊິ່ງຈະເປັນການສ້າງກຳລັງໜູນໃໝ່ໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດ ການຄ້າ ລະຫວ່າງສອງຝ່າຍ. ແຕ່ເພື່ອໃຫ້ສິນຄ້າຂອງ ຫວຽດນາມ ແຊກຊຶມເລິກເຂົ້າໃນຕະຫຼາດ ອັງກິດ ນັ້ນ, ບັນດານັກຊ່ຽວຊານດ້ານການຄ້າຖືວ່າ ວິສາຫະກິດ ຫວຽດນາມ ຕ້ອງກຳແໜ້ນທາງດ້ານວັດທະນະທຳຂອງປະເທດປະຈຳຖິ່ນ  ກໍ່ຄືຊອກຮູ້ລະອຽດກ່ຽວກັບແບບວິທີ ຊຳລະ ແລະ ບັນດາຊ່ອງທາງແຈກຢາຍຢູ່ທີ່ນີ້.

ສັນຍາ ການຄ້າເສລີ ຫວຽດນາມ - ອັງກິດ (UKVFTA) ໄດ້ຊີ້ແຈ້ງວ່ານັບແຕ່ເມື່ອສັນຍາມີຜົນສັກສິດນັ້ນ, ບັນດາປະເພດສິນຄ້າເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ຈະຖືກຫຼຸດຜ່ອນອັດຕາພາສີນຳເຂົ້າລົງເຖິງລະດັບ 0% ແລະ ເລັ່ງໃສ່ບັນດາປະເພດສິນຄ້າ ວັດຖຸດິບ ແລະ ເຄື່ອງຕ່ຳແຜນຕັດຫຍິບ. ນີ້ແມ່ນໂອກາດທີ່ດີ ເພື່ອໃຫ້ຜະລິດຕະພັນເຫຼົ່ານີ້ແຊກຊຶມເລິກ ເຂົ້າໃນຕະຫຼາດ ອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ