ວິສາຫະກິດຍີ່ປຸ່ນຊອກຫາກາລະໂອກາດຮ່ວມມືກັບອາຊຽນ

ວິສາຫະກິດຍີ່ປຸ່ນຊອກຫາກາລະໂອກາດຮ່ວມມືກັບອາຊຽນ - ảnh 1
ທ່ານ​ເລ​ເລືອງ​ມີງເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ
ພາບ:phiatruoc.info

(vovworld)-​ ໃນ​ການ​ຢ້ຽມ​ຢາມ ຈາ​ກາກ​ຕາ ແຕ່​ວັນ​ທີ 7-9/4, ສະ​ຫະ​ພັນ​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ (Sakakibara) ໄດ້​ພົບ​ປະ​ກັບ​ທ່ານ​ເລ​ເລືອງ​ມີງ ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ. ຄະ​ນະ​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ ລວມ​ມີຜູ້​ອຳ​ນວຍ​ການ​ບໍ​ລິ​ຫານຂັ້ນ​ສູງ ຂອງ​ບັນ​ດາ​ບໍ​ລິ​ສັດ​ໃຫຍ່​ຢູ່ ຍີ່​ປຸ່ນ ໂດຍ​ທ່ານ Sadayuki, ປະ​ທານ​ອົງ​ການ​ເສດ​ຖະ​ກິດ Keidanren ເປັນ​ຫົວ​ຫນ້າ​ຄະ​ນະ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເລ​ເລືອງ​ມີງ ຮຽກ​ຮ້ອງ​ບັນ​ດາ​ວິ​ສາ​ຫະ​ກິດ ຍີ່​ປຸ່ນ ພິ​ຈາ​ລະ​ນາ​ລົງ​ທຶນ​ໃຫ້​ແກ່​ບັນ​ດາ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ເພື່ອ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ ອາ​ຊຽນ. ສະ​ຫະ​ພັນ​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ ສະ​ແດງ​ຄວາມ​ສົນ​ໃຈ​ສຳ​ລັບ​ຂໍ້​ລິ​ເລີ່ມ ອາ​ຊຽນ ຄື: ສັນ​ຍາ​ການ​ຄ້າ​ເສ​ລີ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ຂອງ​ພາກ​ພື້ນ, ເຊື່ອມ​ຈອດ ອາ​ຊຽນ, ອາ​ຊຽນ ແລະ ວິ​ໄສ​ທັດ​ຫລັງ​ປີ 2015.

 

 

 

 

 

ຂ່າວ/ບົດ​ອື່ນ