ວິສາຫະກິດຍີ່ປຸ່ນເລືອກເຟັ້ນຫວຽດນາມແມ່ນຕະຫຼາດເປີດກ້ວາງລົງທຶນ

ວິສາຫະກິດຍີ່ປຸ່ນເລືອກເຟັ້ນຫວຽດນາມແມ່ນຕະຫຼາດເປີດກ້ວາງລົງທຶນ - ảnh 1
ບໍລິສັດ ໂຕໂອຕາ ຢູ່ ຫວຽດນາມ
(ພາບ: Việt Nam/VGP)

(vovworld) –​​ ໜັງສືພິມ “Asian Nikkei Reviwe” ຂອງ ຍີ່ປຸ່ນ​ສະບັບ​ອອກ​ໃນ​ວັນ​ທີ 12/5 ​ໄດ້​ປະກາດ​ໝາກຜົນ​ຂອງ​ການ​ຢັ່ງ​ຫາງ​ສຽງ​ມໍ່ໆ​ມາ​ນີ້​ຊຶ່ງສະ​ແດງ​ໃຫ້​ເຫັນ​ວ່າ: ດ້ວຍ​ການ​ເຊັນສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ​ເມື່ອ​ທ້າຍ​ປີ 2015 ຜ່ານ​ມາ, ວົງ​ການ​ນັກ​ຜະລິດ ຍີ່ປຸ່ນ ພວມ​ເລືອກ​ເຂດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ພິ​ເສດ​ແມ່ນ ຫວຽດນາມ, ​ເປັນ​ຕະຫຼາດ​ບຸລິມະສິດ​ເພື່ອ​ສ້າງ​ຕັ້ງ​ຮາກ​ຖານ​ຜະລິດ​ສິນຄ້າ​ສົ່ງ​ອອກ. ຕາມ​ການ​ຢ່ັງ​ຫາງ​ສຽງ​ໂດຍ​ສະຖາບັນ​ຄົ້ນ​ຄ້ວາ Mizuho ດຳ​ເນີນ​ເມື່ອ​ເດືອນ 2/2016 ສຳລັບ​ວິ​ສາ​ຫະກິດ ຍີ່ປຸ່ນ 1.100 ​ແຫ່ງ​​ທີ່​ມີ​ແຫຼ່ງທຶນ​ກ່ວາ 10 ລ້ານ ​ເຢັນ, ຈຳນວນວິ​ສາ​ຫະກິດປະມານ 43,8% ​ເມື່ອຖືກຖາມ​ຕ່າງ​ກໍ່ໃຫ້​ຮູ້​ວ່າ: ອາ​ຊຽນ ​ແມ່ນ​ພາກ​ພື້ນ​ທີ່​ເຂົາ​ເຈົ້າມີ​ຄວາມ​ຫວັງ​ເຂົ້າ​ມາ​ລົງທຶນ. ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ສະ​ແດງ​ຄວາມ​ສົນ​ໃຈ​ເຖິງ ຫວຽດນາມ​ ຢ່າງ​ຈະ​ແຈ້ງ. ​ເມື່ອຕອບ​ຄຳ​ຖາມວ່າ: ປະ​ເທດ​ໃດ​ໃນກຸ່ມ ອາ​ຊຽນ ​ທີ່​ເຂົາ​ເຈົ້າ​ມີ​ຄວາມ​ສົນ​ໃຈ​ທີ່​ສຸດ, ວິ​ສາ​ຫະກິດ 53,4% ​ໄດ້​​ເວົ້າ​ເຖິງ ຫວຽດນາມ, ​ເພີ່​ມຂຶ້ນ 4,9% ​ເມື່ອ​ທຽບ​ໃສ່​ປີ 2015.


ຂ່າວ/ບົດ​ອື່ນ