ວິສາຫະກິດຕ່າງໆຂອງ ຍີ່ປຸ່ນ ເອົາໃຈໃສ່ ລົງທຶນເຂົ້າຫວຽດນາມ

ວິສາຫະກິດຕ່າງໆຂອງ ຍີ່ປຸ່ນ ເອົາໃຈໃສ່ ລົງທຶນເຂົ້າຫວຽດນາມ - ảnh 1
ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ
ແລະທ່ານ Matsuyama Masaji, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ
(ພາບ: baomoi.com)


(vovworld) - ຕອນ​ບ່າຍ​ວັນ​ທີ 18 ກັນຍາ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ ​ໄດ້​ມີ​ການ​ຕ້ອນຮັບ​ທ່ານ Matsuyama Masaji, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ເລ​ຮ່ວາງ​ກວນ ​ໄດ້ຕີ​ລາຄາວ່າ ການ​ຢ້ຽມຢາມ​ຂອງ​ທ່ານ Matsuyama Masaji ​ແມ່ນ​ມີ​ຄວາມໝາຍ​ສຳຄັນເມື່ອ 2 ປະ​ເທດ​ຫວຽດນາມ - ຍີ່​ປຸ່ນ ພວມ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ. ທ່ານ ​ເລ​ຮ່ວາງ​ກວນ ​ເນັ້ນ​ໜັກ​ວ່າ ​ແຫຼ່ງທຶນ ODA ຂອງ​ຍີ່ປຸ່ນ ​ໄດ້​ຊ່ວຍ​ໃຫ້​ນະຄອນ​ໂຮ່ຈິ​ມິນ ປະຕິບັດ​ບັນດາ​ໂຄງການ​ໃຫຍ່ ດ້ວຍ​ຍອດ​ຈຳນວນ​ທຶນ​ເກືອບ 160 ຕື້​ເຢັນ ຄື​ໂຄງການ metro ​​​ເບ໋ັນ​ແທ່ງ - ຊ໋ວຍຕຽນ, ​ໂຄງການ​ປັບປຸງສະພາບ​ສິ່ງ​ແວດ​ລ້ອມ​ນ້ຳ, ​ໂຄງການອາຄານສະໜາມ​ບິ່ນສາກົນ ​ເຕີນ​​ເຊີນເຍີ​ດ... ນີ້​ແມ່ນ​ບັນດາ​ໂຄງການ​ທີ່​ມີ​ຄວາມ​ໝາຍ ບໍ່​ພຽງ​ແຕ່​ທາງດ້ານ​ເສດຖະກິດ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ໝາຍ​ຕັ້ງໜ້າດ້ານ​ສັງຄົມ​ ອີກ​ດ້ວຍ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ນະຄອນ​ໂຮ່ຈິ​ມິນ ​ໃນ​ໄລຍະ​ຜ່ານ​ມາ. ສ່ວນ​ທ່ານ Matsuyama Masaji ​ໃຫ້​ຮູ້​ວ່າ, ປະຈຸ​ບັນ​ມີ​ຫຼາຍ​ວິ​ສາ​ຫະກິດ​ຍີ່ປຸ່ນ ​ເ​ອົາ​ໃຈ​ໃສ່​ເຖິງ​ຕະຫຼາດຫວຽດນາມ; ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ລັດ​ຖະບານ​ຫວຽດນາມ ​ເວົ້າ​ລວມ ​ແລະ ອຳນາດ​ການ​ປົກຄອງ​ນະຄອນ​ໂຮ່ຈິ​ມິນ ​ເວົ້າ​ສະ​ເພາະ ສືບ​ຕໍ່​ປົວ​ແປງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຍີ່​ປຸ່ນ.
ຂ່າວ/ບົດ​ອື່ນ