ວິສາຫະກິດ,ນັກທຸລະກິດປະກອບສ່ວນສຳຄັນເຂົ້າໃນການພັດທະນາປະເທດຊາດ

ວິສາຫະກິດ,ນັກທຸລະກິດປະກອບສ່ວນສຳຄັນເຂົ້າໃນການພັດທະນາປະເທດຊາດ - ảnh 1
ທ່ານ ເວືອງ​ດິ່ງ​ເຮ້ວ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ
(ພາບ​ປະ​ກອບ)

(vovworld) – ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ - ສິ່ງ​ດັ່ງ​ກ່າວ​ໂດຍ​ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ ເວືອງ​ດິ່ງ​ເຮ້ວ ຢັ້ງ​ຢືນ​ທີ່​ເວ​ທີ​ປາ​ໄສເລີ່ມ​​ດຳ​ເນີນ​ທຸ​ລະ​ກິດ​ຫວຽດ​ນາມ ດ້ວຍ​ຫົວ​ຂໍ້ “ຄວາມ​ຫວັງ​ດຳ​ເນີນ​ທຸ​ລະ​ກິດ​ຫວຽດ”, ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 9/6, ຢູ່​ຮ່າ​ໂນ້ຍ. ທ່ານ ເວືອງ​ດິ່ງ​ເຮ້ວ ຢັ້ງ​ຢືນ​ວ່າ: ພັກ ແລະ ລັດ ໄດ້​ມີ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ສຳ​ຄັນ​ສົ່ງ​ເສີມ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ນັກ​ທຸ​ລະ​ກິດ, ວິ​ສາ​ຫະ​ກິດ​ໃນພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ລັດ​ຖະ​ບານກໍ່​ປະ​ກາດ​ໃຊ້​ກົດ​ໝາຍ, ມະ​ຕິ, ຂໍ້​ຕົກ​ລົງ ແລະ ເອ​ກະ​ສານ​ນິ​ຕິ​ກຳຫຼາຍ​ສະ​ບັບ​ເພື່ອ​ແນ​ໃສ່​ສ້າງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ສ​ະ​ດວກ​ໃຫ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ, ໃນ​ນັ້ນ​ມີ​ບັນ​ດາ​ວິ​ສາ​ຫະ​ກິດ​ຫາກໍ່​ດຳ​ເນີນ​ທ​ຸ​ລະ​ກິດ. ທ່ານ ເວືອງ​ດິ່ງ​ເຮ້ວ ເນັ້ນ​ໜັກ​ວ່າ: ພ້ອມ​ກັບ​ການ​ເຕ​ີບ​ໃຫຍ່​ຂອງວິ​ສາ​ຫະ​ກິດ, ກຸ່ມ​ບໍ​ລິ​ສັດ​ໃຫຍ່, ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ, ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ນັບ​ມື້​ນັບ​ພັດ​ທະ​ນາ, ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ບົດ​ຮຽນ​ໃນ​ການ​ເລີ່ມ​ດຳ​ເນີນ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ​ຢູ່​ບັນ​ດາ​ປະ​ເທດ​ພັດ​ທະ​ນາ​ແມ່ນ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ເພື່ອ​ໃຫ້ ຫວຽດ​ນາມ ຮ່ຳ​ຮຽນ​ຕາມ.


ຂ່າວ/ບົດ​ອື່ນ