ວິສາຫະກິດນະຄອນ ໂຮ່ຈີມິນ ຍູ້ແຮງການສົ່ງອອກຍາມຕົ້ນປີໃໝ່

(VOVWORLD) - ສະເພາະໃນວັນທີ 15 ກຸມພາ, ມີ 190 ງວດສິນຄ້າໄດ້ສົ່ງອອກຜ່ານທ່າກຳປັ່ນນີ້ ດ້ວຍວົງເງິນສົ່ງອອກກວ່າ 9,5 ລ້ານ USD

        ປີ 2024, ນະຄອນ ໂຮ່ຈີມິນ ໄດ້ວາງຄາດໝາຍບັນລຸການເຕີບໂຕເສດຖະກິດແຕ່ 7,5 – 8%. ນັບແຕ່ຕົ້ນປີໃໝ່ປີມະໂລງ 2024, ມີວິສາຫະກິດຫຼາຍແຫ່ງໃນບໍລິເວນນະຄອນ ໂຮ່ຈີມິນ ໄດ້ຍູ້ແຮງການສົ່ງອອກງວດສິນຄ້າທຳອິດ.

        ໃນອາທິດທຳອິດຂອງບຸນເຕັດ (ແຕ່ວັນທີ 10 – 16 ກຸມພາ), ຢູ່ທ່າກຳປັ່ນ ເຕີນກາງ - ກາດລາຍ, ບໍລິສັດໃຫຍ່ ເຕີນກາງໄຊງ່ອນ ໄດ້ຕ້ອນຮັບກຳປັ່ນສົ່ງອອກ 75 ລຳ, ປະລິມານສິນຄ້າສົ່ງຜ່ານທ່າກຳປັ່ນແມ່ນ 72.000 teus, ທຽບເທົ່າກັບປະລິມານສິນຄ້າກວ່າ 1 ລ້ານໂຕນ, ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ສະເພາະໃນວັນທີ 15 ກຸມພາ, ມີ 190 ງວດສິນຄ້າໄດ້ສົ່ງອອກຜ່ານທ່າກຳປັ່ນນີ້ ດ້ວຍວົງເງິນສົ່ງອອກກວ່າ 9,5 ລ້ານ USD, ເປັນຕົ້ນແມ່ນຜະລິດຕະພັນກະເສດ, ຜະລິດຕະພັນຈາກໄມ້, ສິນໃນນ້ຳ.

ຕອບກັບ

ຂ່າວ/ບົດ​ອື່ນ