ວິສາຫະກິດນະຄອນ ໂຮ່ຈີມິນ ຫຼາຍແຫ່ງໄດ້ເລີ່ມເຄື່ອນໄຫວໃນຂະບວນການເສດຖະກິດສີຂຽວ

(VOVWORLD) - ທີ່ເວທີປາໄສ, ຜູ້ແທນຫຼາຍທ່ານໄດ້ແບ່ງປັນຈິນຕະນາການ, ວິໄສທັດແຫ່ງການພັດທະນາເສດຖະກິດຂຽວ, ການພັດທະນາແບບຍືນຍົງ.

ວັນທີ 9 ກັນຍາ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນ ໂຮ່ຈີມິນ ແລະ ສະມາຄົມນັກທຸລະກິດຍິງ ນະຄອນ ໂຮ່ຈີມິນ (HAWEE) ໄດ້ຈັດຕັ້ງເວທີປາໄສ ຂົວຕໍ່ ອາຊຽນ ++ ດ້ວຍຫົວຂໍ້ວ່າ “ເຊື່ອມຕໍ່ພັດທະນາແບບຍືນຍົງ”.

        ທີ່ເວທີປາໄສ, ຜູ້ແທນຫຼາຍທ່ານໄດ້ແບ່ງປັນຈິນຕະນາການ, ວິໄສທັດແຫ່ງການພັດທະນາເສດຖະກິດຂຽວ, ການພັດທະນາແບບຍືນຍົງ. ເລື່ອງເຊື່ອມຕໍ່ໃນປະຈຸບັນບໍ່ພຽງແຕ່ເພື່ອຜົນປະໂຫຍດ, ປະສິດທິຜົນເທົ່ານັ້ນ ຫາກຍັງຕ້ອງມຸ່ງໄປເຖິງການພັດທະນາແບບຍືນຍົງ. ປະຈຸບັນ, ຢູ່ ຫວຽດນາມ ມີວິສາຫະກິດຫຼາຍແຫ່ງໄດ້ເອົາໃຈໃສ່ລົງທຶນ ພັດທະນາເສດຖະກິດສີຂຽວ, ຫວ່າງມໍ່ໆມານີ້ ແມ່ນບັນດາໂຄງການພະລັງງານສະອາດ, ຄືບັນດາໂຄງການໄຟຟ້າແຮງລົມຢູ່ເຂດທິດໃຕ້ພາກກາງ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ດ້ວຍບັນດາບາດກ້າວຫັນປ່ຽນນີ້, ຫວຽດນາມ ພວມມຸ່ງໄປເຖິງພື້ນຖານເສດຖະກິດບໍ່ມີກາກບອນ, ເສດຖະກິດສີຂຽວ ແລະ ພັດທະນາແບບຍືນຍົງ.

        ເປົ້າໝາຍຟື້ນຟູເສດຖະກິດຂອງນະຄອນ ໂຮ່ຈີມິນ ປີ 2022 ແມ່ນການເຕີບໂຕ GRDP ບັນລຸ 6 – 6,5% ແລະ ໄລຍະ 2021 – 2025 ແມ່ນປະມານ 8%.

ຕອບກັບ

ຂ່າວ/ບົດ​ອື່ນ