ວິສາຫະກິດນະຄອນໂຮຈິມິນເລີ່ມ ທຳການຜະລິດຍາມຕົ້ນປີໃໝ່

ວິສາຫະກິດນະຄອນໂຮຈິມິນເລີ່ມ ທຳການຜະລິດຍາມຕົ້ນປີໃໝ່ - ảnh 1
(ພາບ​ປະກອບ)

Vovworld- ພາຍຫຼັງ​ພັກ​ການ​ເພື່ອ​ຕ້ອນຮັບ​ບຸນ​ເຕັດ​ຫວຽດນາມ, ບັນດາ ວິສາຫະກິດໃນບໍລິເວນ ນະຄອນ ໂຮ່ຈິມິນພວມ ຂຸ້ນຂ້ຽວລົງມື​ທຳ​ການ​ຜະລິດ ​ແລະ ມີ​ວິ​ສາ​ຫະກິດ​ຫຼາຍ​ແຫ່ງ​ໄດ້​ມີ​ໃບ​ສັ່ງ​ຊື້​ສິນຄ້າ​ຮອດ​ທ້າຍ​ເດືອນ 6 ປີນີ້. ​ໃນ​ຊຸມ​ມື້​ຕົ້ນ​ປີ​ໃໝ່, ຢູ່​ບໍລິສັດຫຸ້ນ​ສ່ວນ ລອງ​ເຊີນ, ມີ​ວິ​ສາ​ຫະກິດປຸ່ງ​ແຕ່ງ​ໝາກ​ມວງຫິມະພານ​ເພື່ອ​ສົ່ງ​ອອກ​ແຫ່ງ​ໜຶ່ງ ພວມ​ຂຸ້ນຂ້ຽວ​ຫຸ້ມ​ຫໍ່​ສິນຄ້າ​ເພື່ອ​ສົ່ງ​ໄປ​ຂາຍ​ໃຫ້​ຕະຫຼາດ​ຕາ​ເວັນ​ອອກ​ກາງ ​ແລະ ອາ​ເມ​ລິ​ກາ. ນີ້​ກໍ​ແມ່ນ​ສິນຄ້າ​ສົ່ງ​ອອກງວດ​ທຳ​ອິດຂອງ​ບໍລິສັດ​ໃນ​ປີ​ໃໝ່​ດ້ວຍ​ມຸນຄ່າ​ເກືອບ 100.000 USD. ສ່ວນ​ບໍລິສັດ ​ເຕິ​ນກວາງ​ມິນ ຊຶ່ງ​ແມ່ນ​ວິ​ສາ​ຫະກິດ​ຜະລິດ​ນ້ຳ​ດື່ມ​ຢູ່​ເຂດ​ອຸດສາຫະກຳ ວິ້ງ​ໂລກ, ນັບ​ແຕ່​ວັນ​ທີ 15/2 (ກົງ​ກັບ​ວັນ​ທີ 6 ບຸນ​ເຕັດ) , ບັນດາ​ກຳມະກອນ​ໃນ​ບໍລິສັດ​ໄດ້​ກັບ​ຄືນ​ສູ່​ເຮັດ​ວຽກ​ເພື່ອ​ກະກຽ​​ມໃຫ້​ແກ່ນ້ຳ​ຮັງ​ນົກ​ແອນ 5 container ງວດ​ທຳ​ອິດ​ເພື່ອ​ສົ່ງ​ໄປ​ຂາຍ​ໃຫ້​ອາ​ເມ​ລິ​ກາ. ທ່ານ​ຫງວຽນ​ຊວນ​ເຈືອງ ຫົວໜ້າ​ພະ​ແນ​ກດຳ​ເນີນ​ທຸລະ​ກິດ- ບໍລິສັດ ​ເຕິ​ນກວາງ​ມິນ ​ໃຫ້​ຮູ້​ວ່າ :

     “ ​ໃນ​ປີ 2013, ​ເພື່ອ​ຮັກສາ​ລະດັບ​ການ​ເຕີບ​ໂຕ​ເປັນ​ຢ່າງ​ດີ, ທາງບໍລິສັດ​ເຕິ​ນ ກວາງ​ມິນ ​ໄດ້​ປັບປຸງ​ເຄືອຂ່າຍ​ແຈກ​ຢາຍ, ສົ່ງ​ສິນຄ້າ​ຫວຽດນາມ​ໄປ​ຍັງ​ເຂດ​ຊົນນະບົດ, ​ເປີດ​ກ້ວາງ​ຂອບ​ເຂດ​ຕະຫຼາດ. ນອກຈາກ 14 ຕະຫຼາດ​ສົ່ງ​ອອກ​ທີ່​ມີ​ຢູ່​ແລ້ວ​ນັ້ນ, ບໍລິສັດ ​ເຕິ​ນກວາງ​ມິນ ຈະ​ເປີດ​ກ້ວາງ​ຕະຫຼາດ​ສົ່ງ​ອອກ​ຕື່ມ​ອີກ, ​ເພີ່ມ​ທະວີ​ການ​ຊອກ​ຫາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ​ຜ່ານ​ລະບົບ​ຕ່າງໆ”

ຂ່າວ/ບົດ​ອື່ນ