ວິ​ສາ​ຫະ​ກິດ​ປະ​ຕິດ​ບັດ​ການ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ເຄັ່ງ​ຄັດ

(VOVWORLD) -ມາຮອດປັດຈຸບັນ, ໂລກລະບາດໂຄວິດ - 19 ໃນຊຸມຊົນໄດ້ຮັບການຄວບຄຸມແລ້ວ, ເຖິງຢ່າງໃດກໍຕາມສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ ດັ່ງນັ້ນ ການປ້ອງກັນສະກັດກັ້ນໂລກລະບາດໃຫ້ເປັນຢ່າງດີ ຈະຊ່ວຍໃຫ້ວິສາຫະກິດຈຳກັດໄດ້ບັນດາຄວາມສ່ຽງຊ້ອມແຝງໂດຍໂລກລະບາດກໍ່ຂຶ້ນ, ຊ່ວຍໃຫ້ວິສາຫະກິດ ກັບຄືນສູ່ສະພາບການປົກກະຕິ, ພັດທະນາການຜະລິດດຳເນີນທຸລະກິດໂດຍໄວ.
ວິ​ສາ​ຫະ​ກິດ​ປະ​ຕິດ​ບັດ​ການ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ເຄັ່ງ​ຄັດ - ảnh 1ວິວັດການລ້າງມືຂ້າເຊື້ອຂອງກຳມະກອນ

ເພື່ອສະກັດກັ້ນການລະບາດຂອງໂລກລະບາດ ໂຄວິດ - 19, ພິເສດແມ່ນໃນບັນດາວິສາຫະກິດ, ບໍລິສັດທີ່ມີຜູ້ອອກແຮງງານຕ່າງແຂວງຫຼາຍຄົນ, ມີບໍລິສັດຫຼາຍແຫ່ງຢູ່ນະຄອນໂຮ່ຈີມິນ ແລະ ແຂວງດົ່ງນາຍ ໄດ້ປະຕິບັດບັນດາມາດຕະການສະກັດກັ້ນທາງໄກ.

        ທ່ານ ຫງວຽນຫິວຕວັນ, ຫົວໜ້າຄະນະຄວບຄຸມໂລກລະບາດໂຄວິດ - 19 ຂອງບໍລິສັດ ຕ່ຳແຜ່ນຕັດຫຍິບ ແທັງກົງ ຈຳກັດ ໃຫ້ຮູ້ວ່າ:

        ໃນຍາມບຸນເຕັດ, ມີຜູ້ອອກແຮງງານຫຼາຍຄົນກັບຄືນບ້ານເກີດເມືອງນອນ, ດັ່ງນັ້ນການຄວບຄຸມໂລກລະບາດພາຍຫຼັງບຸນເຕັດແມ່ນເພື່ອແນໃສ່ປະຕິບັດແຜນນະໂຍບາຍລວມຂອງລັດ, ນະຄອນ, ເພື່ອຄວບຄຸມໄດ້ໂລກລະບາດໂຄວິດ - 19 ແລະ ຮັກສາການເຄື່ອນໄຫວຜະລິດດຳເນີນທຸລະກິດ.

        ຕາມທ່ານ ຕື່ກວກຫ໋າຍ, ຜູ້ອຳນວຍການບໍລິສັດ ເຮິບລຶກສາກົນນາມອານ ຈຳກັດ ແລ້ວ, ເພື່ອຍົກສູງສະຕິໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ບໍລິສັດໄດ້ຈັດຕັ້ງປະຕິບັດການຕັກເຕືອນພະນັກງານ, ກຳມະກອນ ປະຕິບັດມາດຕະການສະກັດກັ້ນໂລກລະບາດໂຄວິດ - 19, ຈຳກັດການໄປມາອອກນອກແຂວງ ເປັນປະຈຳ.

        ມາຮອດປັດຈຸບັນ, ໂລກລະບາດໂຄວິດ - 19 ໃນຊຸມຊົນໄດ້ຮັບການຄວບຄຸມແລ້ວ, ເຖິງຢ່າງໃດກໍຕາມສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ ດັ່ງນັ້ນ ການປ້ອງກັນສະກັດກັ້ນໂລກລະບາດໃຫ້ເປັນຢ່າງດີ ຈະຊ່ວຍໃຫ້ວິສາຫະກິດຈຳກັດໄດ້ບັນດາຄວາມສ່ຽງຊ້ອມແຝງໂດຍໂລກລະບາດກໍ່ຂຶ້ນ, ຊ່ວຍໃຫ້ວິສາຫະກິດ ກັບຄືນສູ່ສະພາບການປົກກະຕິ, ພັດທະນາການຜະລິດດຳເນີນທຸລະກິດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ