ວິ​ສາ​ຫະ​ກິດມອບ​ຜ້າ​ອັດ​ປາກ​-ອັດດັງ, ຮ່ວມ​ເດີນ​ທາງ​ກັບ​ວົງ​ຄະ​ນະ​ຍາດ​ເພື່ອ​ຕ້ານ​ໂລກ​ລະ​ບາດ COVID-19

(VOVWORLD) - ຕອນເຊົ້າວັນທີ 14 ມີນາ, ຢູ່ຮ່າໂນ້ຍ, ບໍລິສັດ Vikore ຝູເທາະຈຳກັດ ໄດ້ສົມທົບກັບສະໂມສອນສື່ມວນຊົນຝູເທາະ ປະຈຳຢູ່ຮ່າໂນ້ຍ ຈັດຕັ້ງພິທີມອບຜ້າອັດປາກ-ອັດດັງຕ້ານເຊື້ອ ໃຫ້ແກ່ໂຮງຮຽນມັດທະຍົມຕອນຕົ້ນ ເຫງັຍເຕິນ ແລະ ໂຮງຮຽນມັດທະຍົມຕອນຕົ້ນ ຫງວຽນບິນຄຽມ, ແຕ່ລະໂຮງຮຽນແມ່ນ 680 ອັນ. 
ວິ​ສາ​ຫະ​ກິດມອບ​ຜ້າ​ອັດ​ປາກ​-ອັດດັງ, ຮ່ວມ​ເດີນ​ທາງ​ກັບ​ວົງ​ຄະ​ນະ​ຍາດ​ເພື່ອ​ຕ້ານ​ໂລກ​ລະ​ບາດ COVID-19 - ảnh 1 ພາບ: ພິທີມອບຜ້າອັດປາກ-ອັດດັງຢູ່ໂຮງຮຽນມັດທະຍົມຕອນຕົ້ນ ເຫງັຍເຕິນ.

    ທ່ານຟຸ່ງງອັກແອັງ, ຜູ້ອຳນວຍການໃຫ່ຍ ບໍລິສັດ Vikore ຝູເທາະຈຳກັດ ໃຫ້ຮູ້ວ່າ:

   ຜ້າອັດປາກ-ອັດດັງຂອງພວກຂ້າພະເຈົ້າມີ 2 ປະເພດ, ປະເພດ 5 ຊັ້ນແມ່ນໃຊ້ສຳລັບເດັກນ້ອຍ, ປະເພດ 6 ຊັ້ນແມ່ນຂອງຜູ້ໃຫ່ ຊື່ງບັນລຸມາດຕະຖານສູງ ຕາມການກຳນົດຂອງກະຊວງສາທາລະນະສຸກ. ປະຈຸບັນ, ຜ້າອັດປາກ-ອັດດັງຂອງພວກຂ້າພະເຈົ້າ ໄດ້ຂາຍຢູ່ຕາມຮ້ານຂາຍຢາທຸກແຫ່ງໃນທົ່ວປະເທດ ແລະ ມີການກຳນົດໃຊ້ພາຍໃນ 60 ວັນ.

 

ຕອບກັບ

ຂ່າວ/ບົດ​ອື່ນ