ວິສາຫະກິດມາເລເຊຍຊອກຫາກາລະໂອກາດລົງທຶນດຳເນີນທຸລະກິດຢູ່ຫວຽດນາມ

ວິສາຫະກິດມາເລເຊຍຊອກຫາກາລະໂອກາດລົງທຶນດຳເນີນທຸລະກິດຢູ່ຫວຽດນາມ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ
ຫວຽດນາມ ປະຈຳ ມາ​ເລ​ເຊຍ ຟ້າ​ມກາວຟອງ
(ພາບ: Kindung - Chigia
p)

(vovworld) – ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ມາ​ເລ​ເຊຍ - ຫວຽດນາມ ປີ 2015 (MVBF 2015) ດຳ​ເນີນ​ໃນ​ວັນ​ທີ 28/9 ຢູ່​ນະຄອນຫລວງ ກົວ​ລາ​ລຳ​ເປີ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ຜູ້ອຳ​ນວນ​ການຝ່າຍ​ບໍລິຫານ MATRADE ທ່ານ Dzulkifli Mahmud ຖື​ວ່າ: ຫວຽດນາມ ​ໄດ້ຮັບ​ຖືວ່າ​ແມ່ນ​ຕະຫລາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ສຳລັບ​ບັນດາ​ການ​ເຄື່ອນ​ໄຫວ​ການ​ຄ້າ ​ແລະ ການ​ລົງທຶນ​ໃນ ອາ​ຊຽນ. ການ​ພົວພັນດ້ານ​ເສດຖະກິດ ​ແລະ ການ​ຄ້າ​ທີ່ແຂງ​ແຮງ​ລະຫວ່າງ ມາ​ເລ​ເຊຍ ​ແລະ ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເປັນກຳລັງ​ຊຸ​ນູ້​ການ​ເພີ່ມ​ທະວີ​ສາຍພົວພັນ 2 ຝ່າຍ. ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນນີ້ ອາດ​ສາມາດສືບ​ຕໍ່​ພັດທະນາ ​ເພື່ອ​ຜົນ​ປະ​ໂຫຍ​ດການ​ເຕີບ​ໂຕ​ຂອງ 2 ປະ​ເທດ​ໃນ​ອະນາຄົດ ​ໃນ​ບັນດາ​ຂົງ​ເຂດ​ການ​ຄ້າ ​ແລະ ການ​ລົງທຶນ ​ແລະ ​ໃນ​ການ​ຮ່ວມ​ສຳພັນ ອາ​ຊຽນ. ທ່ານ Dzulkifli Mahmud ສະ​ແດງ​ຄວາມ​ຫວັງ​ວ່າ: ​ໂດຍ​ຜ່ານ​ເວທີ​ປາ​ໄສ​ນີ້, ນັບ​ມື້​ນັບ​ມີ​ວິ​ສາ​ຫະກິດ ​ມາ​ເລ​ເຊຍ ຫລາຍ​ແຫ່ງ ​ເອົາ​ໃຈ​ໃສ່​ເຖິງ​ການ​ຮ່ວມ​ມື​ແລກປ່ຽນ​ຄ້າຂາຍ​ກັບ​ບັນດາ​ບໍລິສັດ​ຂອງ ຫວຽດນາມ ​ແລະ ​​ຫວັງ​ວ່າ: ​ໂຄງການ​ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ດ້ານການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ 2 ປະ​ເທດຢ່າງ​ແຮງ​ກ່ວາ​ອີກ.

        ທີ່​ເວທີ​ປາ​ໄສ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ມາ​ເລ​ເຊຍ

ຟ້າ​ມກາວຟອງ ສະ​ເໜີ​ສ້າງ​ຕັ້ງ​ສະຫະສະມາຄົມ​ນັກທຸລະກິດ ມາ​ເລ​ເຊຍ - ຫວຽດນາມ ຢູ່ ມາ​ເລ​ເຊຍ ​ໂດຍ​ໄວ ​ເພື່ອ​ເປັນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ 2 ປະ​ເທດ, ຈັດ​ຕັ້ງ​ການ​ພົບ​ປະຕ່າງໆ​ເປັນ​ຈະ​ປຳ, ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງວິ​ສາ​ຫະກິດ 2 ປະ​ເທດ.


ຂ່າວ/ບົດ​ອື່ນ