ວິສາຫະກິດສິງກະ ໂປເອົາໃຈໃສ່ເຖິງສະ ພາບ ແວດລ້ອມ ແຫ່ງ ການ ລົງທຶນຂອງ ຫວຽດນາມ


ວິສາຫະກິດສິງກະ ໂປເອົາໃຈໃສ່ເຖິງສະ ພາບ ແວດລ້ອມ ແຫ່ງ ການ ລົງທຶນຂອງ ຫວຽດນາມ - ảnh 1

ທ່ານ​ລັດຖະ​ມົນຕີບຸ່ຍ​ກວາງ​ວິ​ງທີ່​ເວທີ​ປາ​ໄສ

(ພາບ: Kim Yến/TTXVN)

 (vovworld)- ທີ່​ເວທີ​ປາ​ໄສ​ສົ່ງ​ເສີມ​ການ​ລົງທຶນ​ເຂົ້າຫວຽດນາມ ທີ່​ຖືກ​ຈັດ​ຂຶ້ນ​ຢູ່​ສິງກະ​ໂປ ​ໃນ​ວັນ​ທີ 28/4, ມີ​ຜູ້ຕາງໜ້າ​ຂອງວິ​ສາ​ຫະກິດ​ສິງກະ​ໂປ ​ແລະ ວິ​ສາ​ຫະກິດ​ຕ່າງປະ​ເທດ​ເຄື່ອນ​ໄຫວ​ຢູ່​ສິງກະ​ໂປ​ປະມານ 120 ​ແຫ່ງ​ໄດ້​ໂອ້​ລົມ​ສົນທະນາ​ໂດຍ​ກົງ​ກັບ​ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ບຸ່ຍ​ກວາງ​ວິ​ງ ​ແລະ ຜູ້ຕາງໜ້າ​ບາງ​ກະຊວງ, ຂະ​ແໜງ​ການ​ຂອງ​ຫວຽດນາມ ກ່ຽວ​ກັບ​ກົນ​ໄກ​ນະ​ໂຍບາຍ​ດຶງ​ດູດ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ​​ເຂົ້າ​ຫວຽດນາມ ​ແລະ ກາລະ​ໂອກາດ​ລົງທຶນ​ເຂົ້າຫວຽດນາມ.

  ທ່ານ​ລັດຖະ​ມົນຕີ ບຸ່ຍ​ກວາງ​ວິ​ງ ຢືນຢັນ​ວ່າ: ຫວຽດນາມ ພວມ​ຕັ້ງໜ້າ​ປັບ​ປຸງສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຂອງ​ຕົນ​ເພື່ອ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່ບັນດາ​ວິ​ສາ​ຫະກິດ​ລົງທຶນ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

   ທີ່​ເວທີ​ປາ​ໄສສົ່ງ​ເສີມ​ການ​ລົງທຶນ​ເຂົ້າຫວຽດນາມ ຄັ້ງນີ້, ຜູ້​ແທນ​ຂອງ​ກຽນ​ຢາງ, ​ເງະ​ອານ ​ແລະ ​ແທງ​ຮວາ ​ໄດ້​ຮຽກຮ້ອງ​ບັນດາ​ວິ​ສາ​ຫະກິດ​ສິງກະ​ໂປ​ລົງທຶນ​ເຂົ້າບັນດາ​ແຂວງ​ນີ້. ປະຈຸ​ບັນ, ສິງກະ​ໂປ​ແມ່ນ​ຄູ່​ຮ່ວມ​ມື​ລົງທຶນ​ໂດຍ​ກົງ​ຕ່າງປະ​ເທດ (FDI) ​ໃຫ່ຍອັນ​ດັບ​ທີ 3 ຂອງ​ຫວຽດນາມ ດ້ວຍ​ກ່ວາ 1200 ​ໂຄງການ​ລົງທຶນ​ຍັງ​ມີ​ຜົນ​ບັງຄັບ​ໃຊ້​ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ບັນລຸ​ກ່ວາ 30 ຕື້ USD./.

ຂ່າວ/ບົດ​ອື່ນ