ວິສາຫະກິດສິງກາໂປຫຼາຍແຫ່ງເອົາໃຈໃສ່ລົງທຶນເຂົ້າແຂວງຫວີ້ງຟຸກ

ວິສາຫະກິດສິງກາໂປຫຼາຍແຫ່ງເອົາໃຈໃສ່ລົງທຶນເຂົ້າແຂວງຫວີ້ງຟຸກ - ảnh 1
ກອງປະຊຸມສຳມະນາໄດ້ຈັດຕັ້ງໃນວັນທີ 18/7
(ພາບ: baotintuc.vn)

(vovworld) –  ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ສົ່ງ​ເສີມ​ການ​ລົງທຶນ​ເຂົ້າ​ແຂວງ ຫວີ້​ງຟຸກ ​​ເຊິ່ງ​ຈັດ​ຕັ້ງ​ຂຶ້ນ​ຢູ່ ສິງ​ກາ​​ໂປ ​ໃນ​ວັນ​ທີ 18/7, ຜູ້ຕາງໜ້າ​ຂອງ​ຫຼາຍ​ບໍລິ​ສັດ ສິງ​ກາ​​ໂປ ​ໄດ້​ສະ​ແດງ​ຄວາມ​ສົ​ນ​ໃຈ​ເຖິງສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນຢູ່ ຫວີ້​ງຟຸກ. ທ່ານ Ricky Tan, ປະທານ​ສະພາ​ບໍລິຫານ​ງານ ຂອງ​ກຸ່ມ​ບໍລິສັດ​ສຶກສາ KinderWorld, ​ໃຫ້​ຮູ້​ວ່າ: KinderWorld ​ໄດ້​ລົງທຶນ​ 40 ລ້ານ USD ​ເຂົ້າ​ໃນ​ການ​ກໍ່ສ້າງ ​ແລະ ​ນຳ​ຮາກ​ຖານ​ບຳລຸງ​ສ້າງ​ຢູ່ ຮ່າ​ໂນ້ຍ, ດ່າ​ໜັ້ງ, ນະຄອນ ​ໂຮ່ຈີ​ມິນ ​ແລະ ​ແຂວງ ບີ່​ງ​ເຢືອງ 15 ​ແຫ່ງ​ເຂົ້າ​ເຄື່ອນ​ໄຫວ​ແລ້ວ. ​ໃນ 10 ປີ​ຈະ​ມາ​ເຖິງ, KinderWorld ມີ​ແຜນການ​ລົງທຶນ​ຈຳນວນ​ເງິນ 100 ລ້ານ USD ​ເຂົ້າ​ແຂວງ ຫວີ້​ງຟຸກ​ເພື່ອ​ກໍ່ສ້າງ ​ແລະ ​ນຳຮາຖານ 3 ​ແຫ່ງ​ເຂົ້າ​ເຄື່ອນ​ໄຫວ. ທ່ານ Yanis Boudjouher, ຜູ້ອຳນວຍການ​ໃຫຍ່ບໍລິຫານ​ ReEx Capital Asia, ບໍລິສັດ​ກ່ຽວ​ກັບ​ພະ​ລັກ​ງານ​ສະອາດ​ຢູ່ ສິງ​ກາ​​ໂປ ​ໃຫ້​ຮູ້​ວ່າ: ບໍລິສັດ​ນີ້​ໄດ້​ລົງ​ທຶນ​ເຂົ້າ​​ໂຄງການ​ຢູ່ ຮ່າ​ໂນ້ຍ ​ແລະ ພວມ​ຄິດ​ໄລ່​ເຖິງ​ເລື່ອງ​ກໍ່ສ້າງ​ຮາກ​ຖານ​ກຳຈັດ​ສິ່ງ​​ເສດ​ເຫຼືອ​ຢູ່ ຫວີ້​ງຟຸກ. ຜູ້​ຕາງໜ້າ​ຂອງ​ບໍລິສັດ Amata Corporation PCL ​ແລະ ​Gammon ​Capital ກໍ່​ສະ​ແດງ​ຄວາມ​ສົນ​ໃຈ​ເຖິງ​ສະພາບ​ແວດລ້ອມ​ແຫ່ງ​ການ​ລົງທຶນ​ຂອງ ຫວີ້​ງຟຸກ. ນອກຈາກ​ໂຄງການ​ຢູ່ ບ່ຽນຮ່ວາ, ບໍລິສັດ Amata Corporation PCL ຄາດ​ວ່າ​ຈະ​ລົງທຶນ​ເຂົ້າ​ບາງ​ໂຄງການ​ຢູ່​​ເຂດ​ຕ່າງໆ​ຂອງ ຫວຽດນາມ ອີກ.


ຂ່າວ/ບົດ​ອື່ນ