ວິສາຫະກິດຫວຽດນາມ ນັບມື້ນັບຂຸດຄົ້ນ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ-ປາຊີຟິກ ໄດ້ດີ

(VOVWORLD) -ຄິດໄລ່ໝົດເດືອນຕຸລາ 2022, ຍອດວົງເງິນນຳເຂົ້າ-ສົ່ງອອກລະຫວ່າງ ຫວຽດນາມ ແລະ ບັນດາປະເທດສະມາຊິກ ຄູ່ຮ່ວມມືຮອບດ້ານ  ແລະ ກ້າວໜ້າຂ້າມ-ປາຊີຟິກ ບັນລຸກວ່າ 88 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນປະມານ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ວິສາຫະກິດຫວຽດນາມ ນັບມື້ນັບຂຸດຄົ້ນ ສັນຍາຄູ່ຮ່ວມມືຮອບດ້ານ  ແລະ ກ້າວໜ້າຂ້າມ-ປາຊີຟິກ ໄດ້ດີ - ảnh 1ກອງປະຊຸມສະຫຼຸບ 3 ປີ ແຫ່ງການປະຕິບັດສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ-ປາຊີຟິກ
(ພາບ: qdnd.vn)

       ການປະຕິບັດສັນຍາຄູ່ຮ່ວມມືຮອບດ້ານ  ແລະ ກ້າວໜ້າຂ້າມ-ປາຊີຟິກ (CPTPP) ໄດ້ນຳມາເຊິ່ງການເຕີບໂຕການສົ່ງອອກທີ່ໜ້າປະທັບໃຈໃຫ້ ຫວຽດນາມ, ນີ້ແມ່ນກຳລັງໜູນເປີດກວ້າງເສັ້ນທາງໃຫ້ແກ່ສິນຄ້າ ຫວຽດນາ ໄປບັນດາຕະຫຼາດໃໝ່ ແລະ ມີຄວາມສາມາດບົ່ມຊ້ອນ. ວິສາຫະກິດ ຫວຽດນາມ ໄດ້ຂຸດຄົ້ນໂອກາດຢູ່ຕະຫຼາດ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ-ປາຊີຟິກ ແລະ ບັນລຸໝາກຜົນຢ່າງຕັ້ງໜ້າ. ນີ້ແມ່ນການຢັ້ງຢືນຢູ່ກອງປະຊຸມສະຫຼຸບ 3 ປີ ແຫ່ງການປະຕິບັດສັນຍາຄູ່ຮ່ວມມືຮອບດ້ານ  ແລະ ກ້າວໜ້າຂ້າມ-ປາຊີຟິກ ດ້ວຍຫົວຂໍ້ “ຍາດແຍ່ງທ່າແຮງຂອງຜູ້ນຳໜ້າ” ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຈັດຕັ້ງ ໃນເຊົ້າວັນທີ 16 ທັນວາ, ຢູ່ຮ່າໂນ້ຍ.

        ຄິດໄລ່ໝົດເດືອນຕຸລາ 2022, ຍອດວົງເງິນນຳເຂົ້າ-ສົ່ງອອກລະຫວ່າງ ຫວຽດນາມ ແລະ ບັນດາປະເທດສະມາຊິກ ຄູ່ຮ່ວມມືຮອບດ້ານ  ແລະ ກ້າວໜ້າຂ້າມ-ປາຊີຟິກ ບັນລຸກວ່າ 88 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນປະມານ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ວົງເງິນສົ່ງອອກໄປຍັງຕະຫຼາດ ບັນດາປະເທດສະມາຊິກຄູ່ຮ່ວມມືຮອບດ້ານ  ແລະ ກ້າວໜ້າຂ້າມ-ປາຊີຟິກ ບັນລຸກວ່າ 45 ຕື້ ໂດລາສະຫາລັດ, ເພີ່ມຂຶ້ນ 22% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

        ປະຈຸບັນ, ວິສາຫະກິດ ຫວຽດນາມ ໄດ້ຍາດແຍ່ງຈົນສຸດຄວາມສາມາດ, ຂຸດຄົ້ນສັນຍາ, ມູນຄ່າເພີ່ມການສົ່ງອອກສິນຄ້າ ເຂົ້າບັນດາຕະຫຼາດ. ແນວໃດກໍ່ຕາມ, ທ່ານນາງ ຫງວຽນຖິທູຈາງ, ອຳນວຍການ ອົງການການຄ້າໂລກ (WTO) ແລະ ເຊື່ອມໂຍງ, ສະຫະພັນອຸດສາຫະກຳ ແລະ ການຄ້າ ຫວຽດນາມ (VCCI), ກ່າວວ່າ: ບັນດາວິສາຫະກິດຕ້ອງເພີ່ມຄວາມໄວຂຶ້ນອີກ.

ຕອບກັບ

ຂ່າວ/ບົດ​ອື່ນ