ວິສາຫະກິດຫວຽດນາມ ຢູ່ກຳປູເຈຍ ໜູນຊ່ວຍຊາວຫວຽດນາມ ອາໄສຢູ່ກຳປູເຈຍ

ວິສາຫະກິດຫວຽດນາມ ຢູ່ກຳປູເຈຍ ໜູນຊ່ວຍຊາວຫວຽດນາມ ອາໄສຢູ່ກຳປູເຈຍ - ảnh 1
ວິສາຫະກິດຫວຽດນາມ ຢູ່ກຳປູເຈຍ ໜູນຊ່ວຍຊາວຫວຽດນາມ ອາໄສຢູ່ກຳປູເຈຍ

(vovworld) - ຕົ້ນ​ເດືອນ 3 ຜ່ານ​ມາ, ດິນ​ເຊາະ​ເຈື່ອນ​ຢູ່ຝັ່ງ​ແມ່​ນ້ຳຂອງ, ​ໄດ້​ເຮັ​ດ​ໃຫ້​ເຮືອນ​ຊານ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ກຳ​ປູ​ເຈຍ  ນັບ​ສິບ​ຄອບຄົວຖືກ​ເປ່​ເພ. ມາ​ຮອດ​ປະຈຸ​ບັນ​ເຂົາ​ເຈົ້າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ. ​ເພື່ອ​ປະກອບສ່ວນ​ຊ່ວຍ​ເຫຼືອ​ພໍ່​ແມ່​ປະຊາຊົນທີ່​ປະສົບ​ເຄາະ​ຮ້າຍ​ດັ່ງກ່າວ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ປະຈຸ​ບັນ. ມີວິ​ສາ​ຫະກິດ​ຫວຽດນາມ ຢູ່ກຳ​ປູ​ເຈຍ ຫຼາຍ​ແຫ່ງ ​ໄດ້​ຈັດການ​ເຄື່ອນ​ໄຫວ​ອັນ​ແທດ​ຈິ່ງ​ຫຼາຍ​ຢ່າງ​ຄື: ມອບ​ຂອງຂວັນ​ໃຫ້​ແກ່​ເຂົາ​ເຈົ້າ ກໍ່​ຄືຊາວ​ກຳປູ​ເຈຍ ​ຜູ້​ທຸກ​ຍາກ​ຢູ່​ໃນ​ເຂດດິນ​ເຊາະ​ເຈື່ອນ. ທ່ານ ​Tran Van Nghia, ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ຝຸ່ນ​ເຄມີ​ສາກົນ Nam Sao ກຳປູ​ເຈຍ, ສັງກັດ​ກຸ່ມ​ບໍລິສັດ Nam Sao ຂອງ​ຫວຽດນາມ, ທີ່​ພວມ​ລົງທຶນ​ດຳ​ເນີນ​ທຸລະ​ກິດ ​ແລະ ຜະລິດ​ຝຸ່ນ​ເຄມີ​ຢູ່ກຳ​ປູ​ເຈຍ, ​ໃຫ້​ຮູ້​ວ່າ:

        ”ນອກຈາກ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຢູ່​ປະ​ເທດ​ກຳປູ​ເຈຍ​ແລ້ວ, ພວກ​ເຮົາ​ຍັງ​ເອົາ​ໃຈ​ໃສ່​ເຖິງ​ບັນຫາ​ຮັບປະກັນ​ຊີວິດ​ສັງຄົມ​ໃຫ້​ແກ່​ຊາວ​ຫວຽດນາມ ອາ​ໄສ​ຢູ່ກຳ​ປູ​ເຈຍ ກໍ່​ຄື​ຊາວ​ກຳປູ​ເຈຍ​ ອີກດ້ວຍ. ​ໃນ​ຄັ້ງ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ຊ່ວຍ​ເຫຼືອ​ພໍ່​ແມ່​ປະຊາຊົນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຍ້ອນ​ດິນ​ເຊາະ​ເຈື່ອນ​ທັງ​ຂອງ​ຂວັນ ​ແລະ ​ເງິນ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ໄດ້​ຕ້ອນຮັບ​ບຸນ Chol Chnam Thmey ດ້ວຍ​ຄວາມ​ມ່ວນ​ຊື່ນ, ​ແລະ​ກັບ​ຄືນ​ສູ່​ການ​ດຳລົງ​ຊີວິດ​ເປັນ​ປົກກະຕິ​ໂດຍ​ໄວ ”.

ຂ່າວ/ບົດ​ອື່ນ