ວິສາຫະກິດຫວຽດນາມ ແລະ ຝລັ່ງ ເພີ່ມທະວີ ການເຊື່ອມຕໍ່, ຮ່ວມມືດ້ານເສດຖະກິດ

ວິສາຫະກິດຫວຽດນາມ ແລະ ຝລັ່ງ ເພີ່ມທະວີ ການເຊື່ອມຕໍ່, ຮ່ວມມືດ້ານເສດຖະກິດ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 14/12, ສະຖານທູດ​ຫວຽ​ດນາມ ປະຈຳ​ຝລັ່ງ ​ໄດ້​ຈັດ​ກອງ​ປະຊຸມ​ໂຕະມົນ “​ເສດຖະກິດ​ຫວຽດນາມ ​ແລະ ຝລັ່ງ: ໝາກຜົນ​ປີ 2014 ​ແລະ ​ແງ່​ຫວັງ​ພັດທະນາ​ປີ 2015”. ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ຖື​ວ່າ, ການ​ພົວພັນ​ດ້ານ​ເສດຖະກິດ ​ແລະ ການ​ຄ້າ​ລະຫວ່າງ​ຫວຽດນາມ - ຝລັ່ງ ​ແມ່ນ​ຍັງ​ບໍ່​ທັນ​ເໝາະ​ສົມ​ກັບ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ການ​ພົວພັນຄູ່​ຮ່ວມມືຍຸດ​ທະ​ສາດ​ໄດ້​ຮັບ​ການ​ກຳນົດ​ແຕ່​ເດືອນ 09/2013. ​ເຖິງ​ວ່າ, ການ​ແລກປ່ຽນ​ເສດ​ຖະກິດ​ລະຫວ່າງ 2 ປະ​ເທດ ​ບັນລຸ​ບາງຜົນ​ງານ​ຢ່າງ​ແນ່ນອນ​ກໍ່ຕາມ, ​ແຕ່​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງບໍ່​ທັນ​ໄດ້​ຮັບ​ການ​ຂຸດ​ຄົ້ນ​ເທື່ອ. ທ່ານ Bruno Rigal, ທະນາຄານ Natixis ຖື​ວ່າ: ຄາດ​ວ່າ,​ເສດຖະກິດ​ຫວຽດນາມ  ​ໃນ​ປີ 2015 ຈະ​ຟື້ນ​ຟູ​ໃນ​ລະດັບ​ສູງ​ກວ່າ ຍ້ອນ​ລັດຖະບານ​ພວມ​ຊີ້​ນຳ​ການ​ປົວ​​ແປ​ງສະພາບ​​ແວ​ດລ້ອມ​ແຫ່ງການ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດຢ່າງ​ຂ້ຽວຂາດ, ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ດຶງ​ດູດ​ການ​ລົງທຶນ ​ແລະ ​ເປີດ​ກວ້າງ​ຕະຫຼາດ​ສົ່ງ​ອອກ, ຜ່ານ​ນັ້ນ​ຊຸກຍູ້​ການ​ເຕີບ​ໂຕ. ທ່ານ Bruno Rigal ຢືນຢັນ​ວ່າ: ນີ​ຈະ​ແມ່ນ​ກາລະ​ໂອກາດ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຝລັ່ງ. ​ໃນ​ຂະນະ​ນັ້ນ, ທ່ານ Jacquers Faurvel, ກຸ່ມ​ບໍລິສັດ​ແຈກ​ຢ່າ​ຍ​ຂາຍຍ່ອຍ Casino, ກຸ່ມ​ບໍລິສັດ​ທີ່​ໄດ້​ລົງທຶນ​ເຂົ້າ​ຮ້ານ​ຄ້າ Big C ຫວຽດນາມ ​ໃຫ້​ຮູ້​ວ່າ: ​ເມື່ອ​ລົງທຶນ​ເຂົ້າ​ຫວຽດນາມ, ຍາມ​ໃດ​ກຸ່ມ​ບໍລິ​ສັດ Casino ກໍ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ບັນດາ​ການ​ນຳ​ທ້ອງ​ຖິ່ນ​ຂອງຫວຽດນາມ. ທ່ານ​ເວົ້າ​ວ່າ “ຜົນ​ສຳ​ເລັດຂອງ​ພວກ​ຂ້າພະ​ເຈົ້າ​ຊີ້​ໃຫ້​ເຫັນ​ວ່າ ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ ຍາມ​ໃດ​ກໍ່​ສາມາດ​ຊອກ​​ເຫັນ​ກາລະ​ໂອກາດ ​ແລະ ທີ່​ຕັ້ງ​ຂອງ​ຕົນ​ຢູ່​ຫວຽດນາມ”.

ຂ່າວ/ບົດ​ອື່ນ