ວິສາຫະກິດຫວຽດນາມ ແລະ ອານເຊຣີ ເພີ່ມທະວີການຮ່ວມມື ດ້ານເສດຖະກິດ

ວິສາຫະກິດຫວຽດນາມ ແລະ ອານເຊຣີ ເພີ່ມທະວີການຮ່ວມມື ດ້ານເສດຖະກິດ - ảnh 1
(ພາບປະກອບ)

(vovworld) - ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ - ອານ​ເຊຣີ ​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ Algiers, ປະ​ເທດ ອານ​ເຊຣີ ​ໃນ​ວັນ​ທີ 20 ຕຸລາ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 100 ວິ​ສາ​ຫະກິດ. ​ເວທີ​ປາ​ໄສ​ໂດຍ​ກະຊວງ​ພັດທະນາ​ອຸດສາຫະກຳ ​ແລະ ສົ່ງ​ເສີມ​ການ​ລົງທຶນ ອານ​ເຊຣີ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ, ກົມ​ສົ່ງ​ເສີມ​ການ​ລົງທຶນ ກະຊວງ​ການ​ຄ້າ ​ແລະ ​ເວທີ​ປາ​ໄສ​ວົງ​ການ​ເຈົ້າ​ຂອງ ອານ​ເຊຣີ ຈັດ​ຕັ້ງ. ຢູ່​ທີ່​ນີ້, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ການ​ຄ້າ​ຫວຽດນາມ ​ເຈີ​ນຕວນ​ແອ​ງ ​ໄດ້​ແນ​ະນຳ​ກັບ​ວິ​ສາ​ຫະກິດ ອານ​ເຊຣີ ນະ​ໂຍບາຍ​ສົ່ງ​ເສີມ​ການ​ລົງທຶນ, ຮ່ວມ​ມື​ຂອງ​ຫວຽດນາມ, ຄວາມ​ສາມາດ​ບົມຊ້ອນ, ທ່າ​ແຮງ ​ແລະ ຜົນງານ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ຜະລິດ, ປຸ້ງ​ແຕ່ງ, ສົ່ງ​ອອກ​ກະສິກຳ... ທ່ານ​ຮອງ​ລັດຖະມົນຕີ ​ເຈີ​ນຕວນ​ແອ​ງ ຖື​ວ່າ ບັນດາ​ຄວາມ​ສາມາດ​ບົມຊ້ອນ​ດັ່ງກ່າວ​ນັ້ນ ​ແມ່ນ​ໂອກາດ​ທີ​ດີ​ ​ເພື່ອໃຫ້ວິ​ສາ​ຫະກິດ​ຂອງ​ທັງ 2 ປະ​ເທດ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ໃນ​ການ​ພົວພັນ​ຮ່ວມ​ມືການ​ຄ້າ, ການ​ລົງທຶນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດຂອງ​ທັງ 2 ຝ່າຍ.

ຂ່າວ/ບົດ​ອື່ນ