ວິສາຫະກິດຫວຽດນາມຄຸ້ມຄອງຂັ້ນຕອນລ້ຽງປາຈາ,ປາບາຊາຢ່າງແໜ້ນແຟ້ນ

ວິສາຫະກິດຫວຽດນາມຄຸ້ມຄອງຂັ້ນຕອນລ້ຽງປາຈາ,ປາບາຊາຢ່າງແໜ້ນແຟ້ນ - ảnh 1
(ພາບ​ປະ​ກອບ)

(vovworld) - ຕາມ​ກົດ​ໝາຍ Farm Bill ກ່ຽວ​ກັບ​ໂຄງ​ການ​ຕິດ​ຕາມກວດ​ກາ​ປາ​ໜັງ​ຂອງ​ອາ​ເມ​ລິ​ກາ ທີ່ຫາ​ກໍ​ປະ​ກາດ​ໃນ​ວັນ​ທີ 02/12 ຜ່ານ​ມາ ແລະ ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 01/03/2016 ນັ້ນ, ປາ​ຈາ ແລະ ປາ​ບາ​ຊາ ຂອງ​ຫວຽດ​ນາມ ພຽງ​ແຕ່​ໄດ້​ນຳ​ເຂົ້າ​ອາ​ເມ​ລິ​ກາ ຖ້າ​ພິ​ສູດ​​ໄດ້ວ່າ ການ​ລ້ຽງ​ຢູ່​ຫວຽດ​ນາມ ​ຄ້າຍ​ຄື​ກັນ​ກັບ​ການ​ລ້ຽງ​ຢູ່ ອາ​ເມ​ລິ​ກາ. ປະ​ຈຸ​ບັນ, ສະ​ຫະ​ສະ​ມາ​ຄົມ​ປຸງ​ແຕ່ງ ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ​ຫວຽດ​ນາມ (Vasep) ພວມ​ກະ​ກຽມ​ບັນ​ດາ​ລະ​ບຽບ​ການ​ຈຳ​ເປັນ ເພື່ອ​ໃຫ້​ວຽກ​ງານ​ສົ່ງ​ອອກ​ປາ​ໜັງ​ໄປ​ຍັງ​ອາ​ເມ​ລິ​ກາ ບໍ່ຖືກ​ຕິດ​​ຂັດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ນອກ​ຈ​າກນັ້ນ, Vasep ກໍ​ຕັກ​ເຕືອນ​ບັນ​ດາ​ຮາກ​ຖ​ານ​​ຜະ​ລິດ, ລ້ຽງປາ​ຈາ ແລະ ປາ​ບາ​ຊ​າ ຕ້ອງ​​ປະ​ຕິ​ບັດ​​ບັນ​ດາ​ຂັ້ນ​ຕອນ​ລ້ຽງ​​ປາຕາມ​ຂໍ​້ກຳ​ນົດ​ທີ່​ພວມ​ປະ​ກາດ​ໃຊ້​ຢ່າງ​ເຂັ້ມ​ງວດ. ທ່ານ ເຈືອງ​ດິງ​ແຮ່ວ, ເລ​ຂາ​ທິ​ການ​​ສະ​ຫະສະ​ມາ​ຄົມ​ປຸງ​ແຕ່ງ ແລະ ສົ​່ງ​ອອກ​ສິນ​ໃນ​ນ້ຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ.

      “ສິ່ງ​ສຳ​ຄັນ​ແມ່ນ​ຝ່າຍ​ຜູ້​ລ້ຽງ​ປາ ຕ້ອງ​ມີ​ຄວາມ​ລະ​ມັດ​ລະ​ວັງໃນ​ການ​ນຳ​ໃຊ້​ຫົວ​ອາ​ຫານ​ລ້ຽງ​ໃນ​ທ້ອງ​ຕະ​ຫຼ​າດ, ເພື່ອ​ຮັບ​ປະ​ກັນ​​ນຳ​ໃຊ້​ຖືກ​ຕາມ​ຂໍ້​ກຳ​ນົດ. ​ເລື່ອງ​ລ້ຽງ​ປູກ​ຖືກ​ຕາມ​ຂັ້ນ​ຕອນ ຈະ​ຮັບ​ປະ​ກັນ​ໃຫ້​ບັນ​ດາ​ຮາ​ກ​ຖານ​ລ້ຽງ​ປູກ​ຂອງ​ຫວຽດ​ນາມ ບໍ່​ຖືກ​ຄວາມ​ສ​່ຽງກ່ຽວ​ກັບ​ບັນ​ດາ​ຂໍ້​ກຳ​ນົດ​​ດ້ານຕົ້ນ​ກຳ​ເນີດກ່ຽວ​ກັບ, ຢາ​ຊະ​ນິດ​ຕ່າງໆ​ທີ່​ນຳ​ໃຊ້​ໃນ​ການ​ລ້ຽງ​ປູກ, ພາ​ໄປ​ເຖິງ​ຄ​ວາມ​ຫຍຸ​້ງ​ຍາກ​ໃນ​ການ​ຈຳ​ໜ່າຍ”.

ຂ່າວ/ບົດ​ອື່ນ