ວິສາຫະກິດຫວຽດນາມມີກາລະໂອກາດໃຫຍ່ເພື່ອສຳຜັດກັບຕະຫລາດອົດສະຕາລີ

ວິສາຫະກິດຫວຽດນາມມີກາລະໂອກາດໃຫຍ່ເພື່ອສຳຜັດກັບຕະຫລາດອົດສະຕາລີ - ảnh 1
(ພາບປະກອບ)

(vovworld) – “ວິ​ສາ​ຫະກິດ ​ຫວຽດນາມ​ ມີ​ກາລະ​ໂອກາດ​ໃຫຍ່​ເພື່ອ​ສຳຜັດ​ກັບຕະຫລາດ​ ອົດ​ສະ​ຕາ​ລີ ” ນີ້​ແມ່ນ​ຄຳ​ເຫັນ​​ໄດ້​ຮັບ​ການ​ເຫັນ​ດີ​​ເປັນ​ເອກະ​ພາບຂອງ​ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ “ກາລະ​ໂອກາດ​ລົງທຶນ ​ແລະ ສຳຜັດ​ກັບຕະຫລາດ ອົດ​ສະ​ຕາ​ລີ” ຖື​ກດຳ​ເນີນ​ໃນ​ວັນ​ທີ 11/05 ຢູ່​ນະຄອນ​​ໂຮ່ຈີ​ມິນ. ທ່ານ ຟ້າ​ມງ້ອກຮື​ງ ຮອງ​ປະທານ​ສະຫະ​ສະມາຄົມ​ວິສາ​ຫະກິດ​ນະຄອນ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ ຫວຽດນາມ ພວ​ມ​ໄດ້​ຮັບ​ຜົນປະ​ໂຫຍ​ດ ຈາກ​ອັດຕາ​ພາສີ​ພິ​ເສດ ​ເຊິ່ງ ອົດ​ສະ​ຕາ​ລີ ສະຫງວນ​ໃຫ້​ແກ່​ບັນດາ​ປະ​ເທ​​ດ ອາ​ຊຽນ ​ໂດຍ​ຜ່ານ​ສັນຍາ​ການ​ຄ້າ​ເສລີ ອາ​ຊຽນ - ອົດ​ສະ​ຕາ​ລີ - ນິວຊີ​ແລນ (AANZFTA). ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເມື່ອ TPP ມີ​ຜົນ​ສັກສິດ, ວິ​ສາ​ຫະກິດ ຫວຽດນາມ ຈະ​ສືບ​ຕໍ່​ມີ​ເງື່ອນ​ໄຂ​ສະ​ດວ​ກກ່ວາ ​ເພື່ອ​ເພີ່ມທະວີ​ການສຳຜັດກັບ​ຕະຫລາດ ອົດ​ສະ​ຕາ​ລີ. ນີ້​ກໍ່​ແມ່ນ​ພື້ນຖານ​ເພື່ອ​ຊຸກຍູ້​ການ​ພົວພັນ​ການ​ລົງທຶນ, ການ​ຄ້າລະ​ຫວ່າງ ຫວຽດນາມ ​ແລະ ອົດ​ສະ​ຕາ​ລີ. ສ່ວນຜູ​້ຕາງໜ້າອຳນາດ​ການ​ປົກຄອງ​ລັດ Victoria (ອົດ​ສະ​ຕາ​ລີ) ກໍ່ຢືນຢັນ​ວ່າ: ວິ​ສາ​ຫະກິດ ຫວຽດນາມ ສາມາດ​​ຮ່ວມ​ການ​ລົງທຶນ​ເຂົ້າ​ໃນ​ບາງ​ຂົງ​ເຂດທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ລັດ Victoria ຄື: ການ​ກໍ່ສ້າງ - ອະສັງ​ຫາ​ລິ​ມະ​ຊັບ, ການ​ເງິນ, ການ​ບໍລິການ​ເສີມ​ສວຍ​…

 

ຂ່າວ/ບົດ​ອື່ນ