ວິສາຫະກິດຫວຽດນາມແລະຕານຊານີເພີ່ມທະວີການແລກປ່ຽນ,ຮ່ວມມືໃນຫຼາຍຂົງເຂດ

ວິສາຫະກິດຫວຽດນາມແລະຕານຊານີເພີ່ມທະວີການແລກປ່ຽນ,ຮ່ວມມືໃນຫຼາຍຂົງເຂດ - ảnh 1
ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈ​ືອງ​ເຕີນ​ຊາງ ​ໄດ້​ເຂົ້າ​ຮ່ວມ
​ເວທີ​ປາ​ໄສ ວິສາ​ຫະກິດ ຫວຽດນາມ - ຕານ​ຊາ​ນີ

(vovworld) –  ​ໃນ​ຂອບ​ເຂ​ດການ​ຢ້ຽມຢາມທາງ​ລັດຖະກິດ ຕານ​ຊາ​ນີ, ວັນ​ທີ 9/3, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈ​ືອງ​ເຕີນ​ຊາງ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ ວິສາ​ຫະກິດ ຫວຽດນາມ - ຕານ​ຊາ​ນີ ​ໂດ​ຍຫ້ອງການ​ການ​ຄ້າ - ອຸດສາຫະກຳ ຫວຽດນາມ ສົມທົບ​ກັບ​ສະຫະ​ສະມາຄົມ​ວ​ິສາ​ຫະກິດ ນັກທຸ​ລະ​ກິດ ຕານ​ຊາ​ນີ ຈັດ​ຕັ້ງ. ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​​ໄຂ​ເວທີ​ປາ​ໄສ, ທ່ານ​ນາຍົກລັດຖະມົນ​ຕີ ຕານ​ຊາ​ນີ Kassim Majaliwa ​ໃຫ້​ຮູ້​ວ່າ: ຕານ​ຊາ​ນີ ​ໄດ​້ ​ແລະ ພວມ​ດຳ​ເນີນ​ຫຼາຍ​ມາດ​ຕະການ​ປະຕິ​ຮູບດ້ານ​ລະ​ບຽບການ​ບໍລິຫານ ກໍ່​ຄື​​ໂຍະຍານ​ບັນດາ​ມາດ​ຕະການ​ເພື່ອ​​ແນ​ໃສ​່ດຶງ​ດູດ​ການ​ລົງທຶນ.  ທ່ານ​ນາຍົກລັດຖະມົນຕີ Kassim Majaliwa ຢັ້ງຢືນ​ວ່າ: ລັດຖະບານ ຕານ​ຊາ​ນີ ຍາມ​ໃດ​ກໍ​ກຽມພ້ອມ​ສ້າ​ງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເວົ້າ​ສະ​ເພາະ ​ແລະ ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ລົງ​ທຶນ​ເຂົ້າ ຕານ​ຊາ​ນີ ​ເວົ້າ​ລວມ.

        ສ່ວນ​ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ຫວຽດນາມ ຮັກສາ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃນ​ພາກ​ພື້ນ ອາ​ຊຽນ ​ແລະ ອາຊີ​ຕ​າ​ເວັນ​ອອກ. ຫວຽດນາມ ​ໄດ້​ລົງ​ນາມ ​ແລະ ​ເຈລະຈາສັນຍາ​ການ​ຄ້າ​ເສລີ (FTA) 15 ສະບັບ​ກັບ​ບັນດາ​ຄູ່​ຮ່ວມ​ມື... ​ໃນ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ​ຂອງ​ຕົນ, ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​​ເປີດ​ກ້ວາງຮ່ວມ​ມື​ກັບ​ບັນດາ​ປະ​ເທດ ອາ​ຟຣີກາ, ​ໃນ​ນັ້ນ​ມີ ຕານ​ຊາ​ນີ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ກ່າວ​ວ່າ:

        “ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ແນວ​ຄວາມ​ຄິດ​ຂອງ​ເວທີ​ປາ​ໄສ​ແມ່ນ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ​ແບ່ງປັນ​ການ​ຮ່ວມ​ມື​ບັນດາ​ວິ​ສາ​ຫະກິດ. ຂ້າພະ​ເຈົ້າ​​ຖື​ວ່າ: ດ້ວຍ​ການ​ພົວພັນ​ດ້ານ​ການ​ເມືອງ ອັນ​ດີງາມ​ລະຫວ່າງ 2 ປະ​ເທດ, ຄວາມ​ສາມາ​ດບົ່​ມຊ້ອນ ​ແລະ ຄວາມ​ສາມາດ​ຮ່ວມ​ມື​ລະ​ຫວ່າງ ຫວຽດນາມ ​ແລະ ຕານ​ຊາ​ນີ ອາດ​ຈະ​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່ ​ແລະ ບໍ່​ພຽງ​ແຕ່​ເຊື່ອມ​ຕໍ່​ລະຫວ່າງຕະຫຼາດ​ຂອງ​ກັນ​ເທ່ົາ​ນັ້ນ ຫາກ​ຍັງຂອງ​ທັງ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ ​ແລະ ອາບຟຣີກາ ອີກ​ດ້ວຍ. ຂ້າພະ​ເຈົ້າ​ຫວັງ​ວ່າ:  ບັນດາ​ການ​ແບ​່ງປັນ, ຄວາມ​ຕັດສິນ​ໃຈ​ນີ້​ຈະ​ໄດ້​ຮັບ​ການ​ຫັນ​ເປັນ​​ບັນ​ດາ​ການ​ກະທຳ​​ເປັນ​ໂຄງການ​ຢ່າງລະອຽດ ​ແລະ ຍາວ​ນານ​.”

        ​ເນື່ອງ​ໃນ​ໂອກາດ​ນີ້, ຜູ້ຕາງໜ້າ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ​ແລະ ອົງການ​ສົ່ງ​ເສີມ​ການ​ຄ້າ​ ການ​ລົງທຶນ ຕານ​ຊາ​ນີ ​​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື, ສ້າງ​ປະຖົມ​ປັດ​ໄຈຊຸກຍູ້​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ ​ແລະ ​ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ 2 ປະ​ເທດ.

ຂ່າວ/ບົດ​ອື່ນ