ວິສາຫະກິດອີຢູມີການຕີລາຄາຕັ້ງໜ້າກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ຫວຽດນາມ

ວິສາຫະກິດອີຢູມີການຕີລາຄາຕັ້ງໜ້າກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ຫວຽດນາມ - ảnh 1

VCCI ແລະ EuroCham ເຊັນສັນຍາຮ່ວມມືປ່ຽນໃໝ່ເວທີປາໄສວິສາຫະກິດ ຫວຽດນາມ - ເອີລົບ

(ພາບ:  enternews.vn)


(vovworld) – ວັນ​ທີ 21/7, ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ເອີ​ລົບ ປະຈຳ ຫວຽດນາມ (EuroCham) ປະກາດ​ໝາກຜົນ​​ແຫ່ງ​ການ​ສຳ​ຫຼວດດັດ​ຊະນີ​ສະພາບ​ແວດລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ໄຕ​ມາດ​ທີ 2 ປີ 2016. ຕາມ​ນັ້ນ​ແລ້ວ, ມີ​ວິ​ສາ​ຫະກິດ 66,7% ຕີ​ລາຄາ “ດີ​ຫຼາຍ” ​ແລະ “ດີ”. ຕາມ EuroCham ​ແລ້ວ, ບັນດາ​ຕົວ​ເລກ​ນີ້​ໄດ້​ສະ​ແດງ​​ໃຫ້​ເຫັນສະພາບ​​​ແວດ​ລ້ອມ​ແຫ່ງ​ການ​ດຳ​​ເນີນທຸລະ​ກິດ​ຂອງ​ບັນດາ​ວິ​ສາ​ຫະກິດ​ເອີ​ລົບ ​ໃນ​ໄຕ​ມາດ​ບັນ​ລຸ​ໝາກຜົນ​ດີ, ພ້ອມ​ກັນ​ນັ້ນ, ປະຊາ​ຄົມ​ວິ​ສາ​ຫະກິດ​ສະມາຊິກ EuroCham ມີ​ການ​ຕີ​ລາຄາ​ຕັ້ງໜ້າ​ຫຼາຍ​ຢ່າງ ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່​ງການ​ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ. ທ່ານ Michael Behrens, ປະທານ EuroCham, ​ໃຫ້​ຮູ້​ວ່າ​ບັນດາ​ໝາກຜົນ​ຂອງ​ໄຕ​ມາດ​ທີ 2 ປີ 2016 ສະ​ແດງ​ໃຫ້​ເຫັນ​ວ່າ​ວິ​ສາ​ຫະກິດ ​ເອີ​ລົບ ຕັ້ງ​ຄວາມຫວັງຢ່າງຕັ້ງໜ້າ​ໃນ​ອະນາຄົດ​ໃກ້ໆ ​ແລະ ມີຄວາມ​ເພິ່ງ​ພໍ​ໃຈ​ສຳລັບ​ສະພາບ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ ​ໃນ​ປະຈຸ​ບັນ. ວິ​ສາ​ຫະກິດ​ສະມາຊິກ EuroCham ຮັກສາ​ທັດສະນະ​ຕັ້ງໜ້າ​ສຳລັບ​ຕະຫຼາດ ຫວຽດນາມ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ພາຍ​ໃນ​ປະ​ເທດ, ພ້ອງ​ທັງ​​ຕັ້ງ​ຄວາມຫວັງ​ເລື່ອງ​ປະຕິບັດ​ສັນ​ຍາ​ການ​ຄ້າ​ເສລີ ອີ​ຢູ - ຫວຽດນາມ ຈະ​ກະທົບ​ເປັນ​ຢ່າງ​ດີ ​ແລະ ຊຸກຍູ້​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ ​ແລະ ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ ​ເອີ​ລົບ​ຢ່າງ​ແຮງ.


ຂ່າວ/ບົດ​ອື່ນ